ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​
ໄດ້​​ໄປຮອດ​ສະໜາມ​ບິນ​ສາກົນ Budapest ນະຄອນຫລວງ Budapest


(vovworld) – 17 ​ໂມງ​ວັນ​ທີ 08/04 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ໄດ້​​ໄປຮອດ​ສະໜາມ​ບິນ​ສາກົນ Budapest ນະຄອນຫລວງ Budapest ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຮຸງ​ກາຣີ ຢ່າງ​ເປັນ​ທາງ​ການ​​ແຕ່​ວັນ​ທີ 08 – 11/04 ຕາມ​ຄຳ​ເຊີ​ນຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Laszlo Kover. ຕ້ອນຮັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢູ່​ສະໜາມ​ບິນ​ມີ​ທ່ານ Somfai Zoltan ຫົວໜ້າ​ກົມພິທີການ ສະພາ​ແຫ່ງຊາດ ຮຸງ​ກາຣີ, ທ່ານ ຫງວຽນ​ແທງ​ຕ໋ວນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຮຸງ​ກາຣີ ​ແລະ ຜູ້​ຕາງໜ້າ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຮຸງ​ກາຣີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Gulyas Gergely ຖື​ວ່າ: ການ​ຢ້ຽມຢາມ​ຈະ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົ​ມ​ທີ່​ດີງາມ​ໃນ​​ໄລຍະ​ຜ່ານ​ມາ​​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ເຊື່​ອໝັ້ນ​ວ່າ ການຢ້ຽມຢາມ​ຈະ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ