ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ​ຕ​້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ແຂວງ Gunma, ຍ​ີ່​ປຸ່ນ

(VOVWORLD) -ຕອນບ່າຍວັນທີ 5 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ Gunma, ຍີ່ປຸ່ນ, ໂດຍທ່ານຜູ້ວ່າການ Yamamoto Ichita ນຳໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ​ຕ​້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ແຂວງ Gunma, ຍ​ີ່​ປຸ່ນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໃຫ້ການຕ້ອນຮັບ ທ່ານ Yamamoto Ichita ຜຸ້ວ່າການແຂວງ Gunma (ພາບ: TTXVN) 

ນະທີ່ນີ້, ທ່ານ Yamamoto Ichita ໃຫ້ຮູ້ວ່າ ປັດຈຸບັນ, ຊາວ ຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ Gunma ມີຈຳນວນຫຼວງຫຼາຍ, ເຂົາເຈົ້າໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ Gunma ແລະ ຫວຽດນາມ ກໍ່ຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ທ້ອງຖິ່ນ. ທ່ານ ຜູ້ວ່າການ Yamamoto Ichita ປາດຖະໜາຢາກຈັດສົ່ງຄະນະວິສາຫະກິດຂະໜາດໃຫຍ່ມາຍັງ ຫວຽດນາມໃນໄລຍະເວລາໄວ້ໆນີ້ ແລະ ທາງແຂວງ Gunma ກໍ່ມີຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ.

        ສ່ວນທ່ານນາງ ຫງວຽນທິກິມເງິນ ມີຄວາມປາດຖະໜາຢາກໃຫ້ ຜູ້ວ່າການ ແລະ ອຳນາດການປົກຄອງ ແຂວງ Gunma ສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດແຂວງ Gunma ມາເຄື່ອນໄຫວຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ