ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານສະພາເສດຖະກິດຕ່າງປະເທດ ຕວກກີ

(VOVWORLD) - ຕອນເຊົ້າວັນທີ 08 ຕຸລາ, ທີ່ Istanbul ປະເທດ ຕວກກີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Nail Olpak, ປະທານສະພາເສດຖະກິດ ຕ່າງປະເທດ ຕວກກີ (DEIK). 
ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານສະພາເສດຖະກິດຕ່າງປະເທດ ຕວກກີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Nail Olpak, ປະທານສະພາເສດຖະກິດຕ່າງປະເທດ ຕວກກີ 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງສະພາເສດຖະກິດ ຕ່າງປະເທດ ຕວກກີ ໃນການສົມທົບຈັດຕັ້ງເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

 ໃຫ້ຂໍ້ສັງເກດວ່າ ໃນຂົງເຂດການຄ້າ - ການລົງທຶນ, 2 ປະເທດມີບາດກ້າວພັດທະນາຫລາຍຢ່າງ. ວົງເງິນການຄ້າ 2 ຝ່າຍໃນປີ 2017 ບັນລຸໄດ້ປະມານ 1,5 ຕື້ USD, 2 ປະເທດສູ້ຊົນບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 4 ຕື້ USD ໃນປີ 2020.

       ເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ ໄດ້ດຶງດູດວິສາຫະກິດ ຕວກກີ ເຂົ້າຮ່ວມປະມານ 160 ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວິສາຫະກິດ ຕວກກີ ສົນໃຈທີ່ສຸດເຖິງເລື່ອງຊອກຫາໂອກາດການລົງທຶນຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Nail Olpak ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ DEIK ຈະຈັດຕັ້ງຄະນະຜູ້ແທນວິສາຫະກິດ ຕວກກີ ມາຍັງ ຫວຽດນາມ ເຂົ້າຮ່ວມສັບປະດາ fashion ແລະ ສັບປະດາອາຫານການກິນ.

ຕອບກັບ

ຂ່າວ/ບົດ​ອື່ນ