ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ

(VOVWORLD) -ຕອນບ່າຍວັນທີ 5/8, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ “ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເຊື່ອມໂຍງຢ່າງສະໜິດແໜ້ນພ້ອມກັນສູ້ຊົນເພື່ອທະວີບອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍທີ່ຂະຫຍັນຂັນເຄື່ອນ,ກວມລວມ, ສັນຕິພາບ, ຮ່ວມມື ແລະ ພັດທະນາ”, ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ

      ກ່າວຄຳເຫັນກ່ຽວກັບສະພາບການຂອງພາກພື້ນອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ, ກ່ຽວກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການຮ່ວມມືຫວຽດນາມ ແລະ ອິນໂດເນເຊຍໃນອາຊຽນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ:

“ເພື່ອປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ວັດທະນາຖາວອນ, ທຸກປະເທດຕ້ອງສົມທົບກັນສ້າງໂຄງປະກອບການຮ່ວມມືພາກພື້ນແບບກວມລວມ ແລະ ຍືນຍົງ, ເຊື່ອມຕໍ່ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ, ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ. ເຊີດຊູການປະພຶດໂດຍອີງຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

  ແລກປ່ຽນກ່ຽວກັບອາຊຽນ, ທ່ານປະທານສະພາແຫ່ງຊາດຢືນຢັນວ່າ: ໃນສະພາບການປະຈຸບັນ, ອາຊຽນ ຕ້ອງກຳນົດທີ່ຕັ້ງຄືນໃໝ່, ສ້າງແນວຄວາມຄິດ, ປຸກລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາປະຊາຄົມ,  “ອາຊຽນທີ່ມີຂອບຂະໜາດໃຫຍ່” ຕ້ອງຍຶດໝັ້ນຮັບປະກັນຫຼັກການເອກະລາດ, ເປັນເຈົ້າຕົນເອງ, ບໍ່ຍອມຮັບເລື່ອງອາຊຽນກາຍເປັນເຄື່ອງມືແກ່ບໍ່ວ່າການສູ້ຢັນກັນແລະການແບ່ງແຍກໃດໆ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M

     ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M ຢູ່ນະຄອນຫຼວງ ຈາກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ