ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ: ກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຍຸ​ຕິ​ທຳ, ມີ​ຄຸນ​ນະ​ພາບ​

(VOVWORLD) -"ເປົ້າໝາຍແມ່ນສ້າງພື້ນຖານສາທາລະນະສຸກຍຸຕິທຳ, ມີຄຸນນະພາບ, ມີປະສິດທິຜົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ.”.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ: ກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຍຸ​ຕິ​ທຳ, ມີ​ຄຸນ​ນະ​ພາບ​ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງສາທາລະນະສຸກ.

ຕອນເຊົ້າວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງສາທາລະນະສຸກ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້, ຕີລາຄາສູງບັນດາໝາກຜົນເຊິ່ງຂະແໜງສາທາລະນະສຸກບັນລຸໄດ້ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນນັ້ນ, ຂະແໜງສາທາລະນະສຸກ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວວ່າ:

        “ຂະແໜງສາທາລະນະສຸກສືບຕໍ່ເຊື່ອມຊຶມກ່ຽວກັບບົດບາດ, ຄວາມໝາຍຂອງຂະແໜງສາທາລະນະສຸກ, ຄຳສັ່ງສອນຂອງປະທານ ໂຮ່ຈີມິນທີ່ວ່າ: ແພດໝໍຄືດັ່ງຜູ້ເປັນແມ່”; ນ້ຳໃຈມະຕິສະບັບຕ່າງໆຂອງພັກ ກ່ຽວກັບຂະແໜງສາທາລະນະສຸກຢ່າງຄົບຖ້ວນ, ສຸມໃສ່ມະຕິເລກທີ 20 ຂອງສູນກາງພັກ, ກຳນົດການສ້າງພື້ນຖານແພດສາດ ຫວຽດນາມ ວິທະຍາສາດ, ພື້ນເມືອງ ແລະ ມະຫາຊົນ. ເປົ້າໝາຍແມ່ນສ້າງພື້ນຖານສາທາລະນະສຸກຍຸຕິທຳ, ມີຄຸນນະພາບ, ມີປະສິດທິຜົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ.”.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ກະຊວງສທາລະນະສຸກ ຫວຽດນາມ ຕ້ອງສືບຕໍ່ຮັບຜິດຊອບຜັນຂະຫຍາຍ, ປັບປຸງໃຫ້ສົມບູນແບບ ແລະ ເປັນເສນາທິການໃຫ້ລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບ ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ, ກົດໝາຍສະບັບປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບໃນປີນີ້.

        ເລຕວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ