ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ນ​ເຊ​ຣີ - ຫວຽດ​ນາມ

(VOVWORLD) -  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜະລິດຢາ ອານເຊຣີ, ປະທານຄະນະກຳມະການລະຫວ່າງລັດຖະບານ ອານເຊຣີ - ຫວຽດນາມ Ali Aoun.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ນ​ເຊ​ຣີ - ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜະລິດຢາ ອານເຊຣີ Ali Aoun

ຕອນເຊົ້າວັນທີ 18 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜະລິດຢາ ອານເຊຣີ, ປະທານຄະນະກຳມະການລະຫວ່າງລັດຖະບານ ອານເຊຣີ - ຫວຽດນາມ Ali Aoun.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ອານເຊຣີ ກັບຕະຫຼາດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນທ່ານລັດຖະມົນຕີ Ali Aoun ເນັ້ນໜັກວ່າ ອານເຊຣີ ກໍພ້ອມແລ້ວທີ່ຈະເປັນປະຕູເພື່ອໃຫ້ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອາຟະລິກາເໜືອ ແລະ ອາຟະລິກາ, ເຊິ່ງເປັນພາກພື້ນທີ່ມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງ ແລະ ມີຄວາມຕ້ອງການສູງ ນັບທັງສິນຄ້າ ແລະ ການບໍລິການ. ໄປຄຽງຄູ່ກັນນັ້ນ, ທ່ານກໍປາດຖະໜາວ່າ ຫວຽດນາມ - ອານເຊຣີ ຈະລົງນາມໃນສັນຍາຮ່ວມມືກ່ຽວກັບຂົງເຂດອຸດສາຫະກຳ ແລະ ການຄ້າ, ໂດຍສະເພາະແມ່ນໃນຂົງເຂດອຸດສາຫະກຳການຢາ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ