ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້ ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ແຂວງ ອານ​ຢາງ

(VOVWORLD) -ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ການນຳທ້ອງຖິ່ນສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນໃນໂອກາດບຸນເຕັດ, “ທຸກໆຄົນຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ຕາມມູນເຊື້ອຮັກແພງອູ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ”. 
ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້ ຄອບ​ຄົວ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ແຂວງ ອານ​ຢາງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ແກ່ ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ອານຢາງ (ພາບ: ຢຸຍລິງ)

ຕອນເຊົ້າວັນທີ 11 ມັງກອນ ຢູ່ນະຄອນເຈົາດົກ, ແຂວງອານຢາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ມອບຂອງຂວັນ 200 ພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍ 6 ຄົນເຊິ່ງ ບັນດາປ້ອມປ້ອງກັນຊາຍແດນໃນບໍລິເວນແຂວງຮັບມາລ້ຽງ.

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ການນຳທ້ອງຖິ່ນສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນໃນໂອກາດບຸນເຕັດ, “ທຸກໆຄົນຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ຕາມມູນເຊື້ອຮັກແພງອູ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ”. ກ້າວເຂົ້າສູ່ປີ 2023, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີອຳນາດການປົກຄອງ ແລະ ປະຊາຊົນແຂວງ ອານຢາງ ສືບຕໍ່ຮັກສາການພັດທະນາໃນຂົງເຂດກະສິກຳ, ຊາວກະສິກອນຊົນນະບົດ, ໃນນັ້ນ ຕ້ອງເອົາໃຈໃສ່ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ລວມມີຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່, ພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

ແລະກໍ່ໃນຕອນເຊົ້າວັນທີ 11, ທ່ານປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ  ໂດວັນຈຽນ ກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ໃຫ້ບັນດາຄອບຄົວ, ສະມາຊິກກຳມະບານ, ຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ແຂວງ ລາຍເຈົາເນື່ອງໃນໂອກາດບຸນເຕັດປີແມວ 2023 ແລະ ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ທີ່ສະໜິດຕິດພັນ” ຢູ່ສູນກອງປະຊຸມວັດທະນະທຳແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ