ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ແລະ ເຮັດວຽກກັບ ບໍລິສັດ Star Telecom

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ:  Unitel ຈະສືບຕໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ກຳມະກອນ ເພື່ອເສີມຂະຫຍາຍກຳລັງແຮງຂອງມະນຸດ, ເປັນປະຖົມປັດໄຈ ເພື່ອໃຫ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ແລະ ເຮັດວຽກກັບ ບໍລິສັດ Star Telecom - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກຢູ່ ບໍລິສັດ Star Telecom (Unitel)
(ພາບ:Chiến Thắng/daibieunhandan.vn)

ຕອນເຊົ້າວັນທີ 7 ທັນວາ, ໃນຂອບເຂດການໄປປະຕິບັດງານ, ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV), ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel), ກຸ່ມບໍລິສັດອຸດສາຫະກຳ - ຄົມມະນາຄົມກອງທັບ (Viettel). ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ:  Unitel ຈະສືບຕໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ກຳມະກອນ ເພື່ອເສີມຂະຫຍາຍກຳລັງແຮງຂອງມະນຸດ, ເປັນປະຖົມປັດໄຈ ເພື່ອໃຫ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ; ສົມທົບການເຄື່ອນໄຫວດຳເນີນທຸລະກິດ ກັບການພົວພັນຕ່າງປະເທດດ້ານເສດຖະກິດ ແລະ ການປ້ອງກັນຊາດຢ່າງແໜ້ນແຟ້ນ; ມີສະຕິນອກຈາກໜ້າທີ່ດຳເນີນທຸລະກິດແລ້ວຍັງມີຄວາມຮັບຜິດຊອບເປັນຂົວເຊື່ອມຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານສອງປະເທດ.       ການເຄື່ອນໄຫວນີ້ກໍ່ໄດ້ເປັນການສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດປະທານສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1, ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ກ່ອນທີ່ຈະອອກເດີນທາງຕໍ່ໄປຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ