ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ລົງ​ຢ້ຽມ​ຢາມ​ໂຮງ​ໝໍ​ສາ​ກົນ La Vie ຢູ່​ລາວ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງພື້ນຖານໂຄງລ່າງ, ວັດຖຸອຸປະກອນທີ່ທັນສະໄໝຂອງໂຮງໝໍ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວລົງທຶນກໍ່ສ້າງ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ລົງ​ຢ້ຽມ​ຢາມ​ໂຮງ​ໝໍ​ສາ​ກົນ La Vie ຢູ່​ລາວ - ảnh 1ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ໃນຂອບເຂດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ, ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 6 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມໂຮງໝໍສາກົນ La Vie ຢູ່ນະຄອນຫຼວງ ວຽງຈັນ (ລາວ).

ທ່ານປະທານສະພາແຫ່ງຊາດ ໄດ້ຕີລາຄາສູງພື້ນຖານໂຄງລ່າງ, ວັດຖຸອຸປະກອນທີ່ທັນສະໄໝຂອງໂຮງໝໍ ໂດຍປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວລົງທຶນກໍ່ສ້າງ. ເຫັນດີຕໍ່ການສະເໜີເປີດກວ້າງການຮ່ວມມື, ເຊື່ອມຕໍ່ກັບບັນດາໂຮງໝໍພາຍໃນປະເທດ, ທ່ານປະທານສະພາແຫ່ງຊາດຖືວ່າ ບັນດາໂຮງໝໍໃຫຍ່, ມະຫາວິທະຍາໄລແພດສາດ - ການຢາ ພາຍໃນປະເທດ ຕ້ອງເປີດກວ້າງການຮ່ວມມື, ບຳລຸງສ້າງບັນດາຮາກຖານປິ່ນປົວພະຍາດ ຢູ່ຕ່າງປະເທດ ແລະ ປິ່ວປົວໂດຍກົງໃຫ້ແກ່ຄົນເຈັບ.

ແລະກໍ່ໃນຕອນເຊົ້າວັນທີ 6 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບທ່ານປະທານສະພາແຫ່ງຊາດ ລາວ, ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມການພົບປະກັບອະດີດນັກສຶກສາ ແລະ ພະນັກງານ, ຄູອາຈານທຸກລຸ້ນຂອງ ໂຮງຮຽນມິດຕະພາບ T78

ຕອບກັບ

ຂ່າວ/ບົດ​ອື່ນ