ປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະພະນັກງານບຳນານງານແຂວງທ໋າຍບີງ

ປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບຄະນະພະນັກງານບຳນານງານແຂວງທ໋າຍບີງ - ảnh 1
(ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບ
ຄະນະພະນັກງານບຳນານງານແຂວງທ໋າຍບີງ)

(vovworld) - ທີ່​ການ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 26/04, ຢູ່​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ​ໄດ້, ພວມ ​ແລະ ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​ຕອບ​ສະໜອງຄວາມມຸ່ງຫວັງຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ຢືນຢັນ​ວ່າ: ດ້ວຍ​ຈິດ​ໃຈ​ຮັບຜິດຊອບ​ສູງ, ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ ນັບ​ມື້​ນັບ​ໃກ້​ຊິດ​ຕິດ​ແທດກັບ​ປະຊາຊົນ, ຮັບ​ຟັງ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ​ກ່ວາ​ອີກ​. ສະພາ​ແຫ່ງ​ຊາດ​ພ້ອມ​ກັບ​ປະຊາຊົນປັບປຸງ​ການຈັດ​ຕັ້ງ, ຄຸນ​ນະພາ​ບການ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະພາ​ບພະນັກ​ງານ​ໃຫ້ສົ​ມບູນ​ແບບ ​ເພື່ອ​ເຄື່ອນ​​ໄຫວມີ​ລັກສະນະ​ອາຊີບ​ກ່ວາ. ​ເພື່ອ​ກະກຽ​​ມ​ໃຫ້ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ປາ​ດຖະໜາ​ວ່າ ບັນດາ​ພະນັກງານບຳນານ​ແຂວງ ​ທ໋າຍບີງ ຈະ​ແມ່ນ​ແກ່ນສານ​ຫຼັກ​ແຫຼ່ງ ​ເພື່ອ​ໂຄສະນາ​ຂົນຂວາຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021, ​ເພື່ອ​ເລືອກ​ຕັ້ງ​ບັນດາ​ສະມາ​ຊິກ​ທີ່​ດີ​ເດັ່ນຕາງໜ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ທ໋າຍບີ​ງ ສະ​ແດງ​ທັດສະນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ