ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງຢູ່ເກີນເທີ

(VOVWORLD) -ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຕາແສງ ຮືງຟຸ໋, ເມືອງກ໋າຍຣັງ, ນະຄອນເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາສະມາຊິກສະພາແຫ່ງຊາດ ຂຶ້ນກັບຫົວໜ່ວຍເລກ 1, ນະຄອນເກີນເທີ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ.

ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງຢູ່ເກີນເທີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ພົບປະກັບຜູ້ມີສິດເລືອກຕັ້ງເມືອງກ໋າຍຣັງ

(ພາບ: dantri.com.vn)

ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ບັນລຸຜົນສຳເລັດຢ່າງດີງາມ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 12 ສະບັບ, ມະຕິ 12 ສະບັບ ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບ. ໃນວາລະຊັກຖາມ ແລະ ຕອບຄຳຊັກຖາມ, ບັນດາສະຊິກສະພາແຫ່ງຊາດໄດ້ຍົກອອກຄຳເຫັນໂຕ້ວາທີກັບສະມາຊິກສະພາແຫ່ງຊາດຢ່າງກົງໄປກົງມາ, ລະຫວ່າງສະມາຊິກສະພາແຫ່ງຊາດກັບບັນດາສະມາຊິກລັດຖະບານ.

        ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດຫົວໜ່ວຍເລກ 1, ນະຄອນເກີນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ຢາຍຊວນ, ເມືອງຟອງດ່ຽນ.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຈ່ຽງແດນ, ນະຄອນເຊີນລາ. ຢູ່ທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາວ່າ, ຜູ້ມີສິດເລືອກຕັ້ງຕາແສງ ຈ່ຽງແດນ ພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ສ້າງຄວາມສາມັກຄີໃນປະຊາຊົນ, ຮັກສາການປ້ອງກັນຄວາມສະຫງົບ, ປ້ອງກັນຊາດຢູ່ບໍລິເວນ…

ຕອບກັບ

ຂ່າວ/ບົດ​ອື່ນ