ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ຢູ່​ແຂວງ ອຽນ​ບ໋າຍ

(VOVWORLD) -ຕອນເຊົ້າວັນທີ 14 ພະຈິກ, ຢູ່ຕາແສງ ກວາງມິນ, ເມືອງ ວັນອຽນ, ແຂວງອຽນບ໊າຍ ຂອງຫວຽດນາມ ໄດ້ດຳເນີນພິທີປະກາດຕາແສງບັນລຸມາດຕະຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ຢູ່​ແຂວງ ອຽນ​ບ໋າຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ນາມມະຍົດຕາແສງບັນລຸມາດຕະຖານຊົນນະບົດໃໝ່ ເຊິ່ງຕາແສງກວາງມິນ ບັນລຸໄດ້ນັ້ນ ແມ່ນຍ້ອນມີຄວາມມານະພະຍາຍາມ, ສູ້ຊົນ ແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ພະນັກງານ ແຕ່ລະຄົນ ພ້ອມກັບທົ່ວທັງລະບົບການເມືອງ.

        “ຂ້າພະເຈົ້າຫວັງວ່າ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງຕາແສງ ກວາງມິນ ເວົ້າສະເພາະ ແລະ ເມືອງ ວັນອຽນ, ແຂວງ ອຽນບ໊າຍເວົ້າລວມ ຈະສືບຕໍ່ປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍນ້ຳໃຈແຂ່ງຂັນປະດິດຄິດສ້າງໃນໝູ່ປະຊາຊົນທຸກຊັ້ນວັນນະ”.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມອບຂອງຂວັນໃຫ້ແກ່ 4 ບ້ານຂອງຕາແສງ ກວາງມິນ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ກໍໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນຄຸ້ມ 11 ຕາແສງ ຫວິງຈ້າຍ, ນະຄອນ ລ້າງເຊີນ, ແຂວງລ້າງເຊີນ.

ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ຢູ່​ແຂວງ ອຽນ​ບ໋າຍ - ảnh 2 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນຢູ່ເຂດຊຸມຊົນຄຸ້ມ 11 (ພາບ: TTXVN)

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ກໍໄດ້ມອບເງິນຈຳນວນ 800 ລ້ານດົ່ງ ເພື່ອໜູນຊ່ວຍແຂວງ ລ້າງເຊີນ ກໍ່ສ້າງເຮືອນແຫ່ງ ມະຫາສາມັກຄີ 20 ຫຼັງ ຈາກກອງທຶນເພື່ອຄົນທຸກຍາກສູນກາງ; ມອບເງິນສົດຈຳນວນ 200 ລ້ານໃຫ້ແກ່ກອງທຶນສົ່ງເສີມການສຶກສາ ນະຄອນລ້າງເຊີນ ແລະ ມອບຂອງຂວັນອື່ນໆໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນຢູ່ເຂດຊຸມຊົນຄຸ້ມ 11 ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ