ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລາວປະຈຳຫວຽດນາມເຂົ້າຢ້ຽມອຳລາ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລາວປະຈຳຫວຽດນາມເຂົ້າຢ້ຽມອຳລາ - ảnh 1

(ທ່ານ​ ຫງວຽນ​ຊິງ​ຮຸ່ງ ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ
ລາວ ປະຈຳ ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ)

(vovworld) –​​​ ​ ​ ທີ່​ການ​ຕ້ອນຮັບ​​ໃນ​ຕອນ​ບ່າຍ​ວັນ​ທີ 23/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຊົມ​ເຊີຍທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ ສຳ​ເລັດ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​​ຂອງ​ທ່ານເອກ​ອັກຄະ​ລັດຖະທູດຢ່າງ​ຕັ້ງໜ້າ ​ໃນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ຊົມ​ເຊີຍ ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ທີ່​ໄດ້​ຮັບ​ການ​ໄວ້​ວາງ​ໃຈ​ຈາກພັກ​ປະຊາຊົນ​ປະຕິວັດ ລາວ ​ ມອບ​ໝາຍໜ້າ​ທີ່​ເປັນ​ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກເມື່ອ​ກັບ​ຄືນ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດຮຽນ​ທີ່ອຸດົມສົມ​ບູນຂອງ​ຕົນທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ຈະ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​​ມອບ​ໝາຍ​ເປັນ​ຢ່າງ​ດີ; ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງນ້ຳ​ໃຈ​ສາມັກຄີ​ອ້າຍ​ນ້ອງ ຫວຽດນາມ - ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຢ່າງ​ສຸດ​ໃຈ​ສຸດ​ໃຈ​ຂອງລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ຕະຫລອດ​ໄລຍະ​ປະຕິບັດ​ໜ້າ​ທີ່​ການ​ທູດ, ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ພິ​ເສດ ຫວຽດນາມ - ລາວ, ສືບ​ຕໍ່​ສຶກສາ​ໃຫ້​ລຸ່ນໜຸ່ມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ນີ້.

 

ຂ່າວ/ບົດ​ອື່ນ