ປະທານສະພາແຫ່ງຊາດເຂົ້າຮ່ວມພິທີມອບລາງວັນສື່ມວນຊົນຄັ້ງທີ 3

(VOVWORLD) -ຕອນຄ່ຳວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບລາງວັນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ລາງວັນສື່ມວນຊົນຄັ້ງທີ 3 ປີ 2018 ໂດຍຄະນະຈັດຕັ້ງສູນກາງເປັນເຈົ້າພາບຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
ປະທານສະພາແຫ່ງຊາດເຂົ້າຮ່ວມພິທີມອບລາງວັນສື່ມວນຊົນຄັ້ງທີ 3 - ảnh 1 (ພິທີມອບລາງວັນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ລາງວັນສື່ມວນຊົນຄັ້ງທີ 3 ປີ 2018)

ປີນີ້ ມີບົດປະພັນກວ່າ 1.800 ບົດເຂົ້າຮ່ວມ ໄດ້ສ່ອງແສງຢ່າງມີຊີວິດຊີວາກ່ຽວກັບພຶດຕິກຳຕົວຈິງຂອງວຽກງານກໍ່ສ້າງພັກໃນປີ 2018 ດ້ວຍບັນດາແຜນນະໂຍບາຍສຳຄັນຂອງພັກ, ຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມທີ່ໃຫຍ່ຫຼວງ ແລະ ການກະທຳຢ່າງຂ້ຽວຂາດຂອງທັງລະບົບການເມືອງ. ປີນີ້, ຄະນະຈັດຕັ້ງໄດ້ເລືອກເອົາບົດປະພັນດີເດັ່ນ 56 ບົດເພື່ອມອບລາງວັນ, ໃນນັ້ນມີລາງວັນ A 4 ລາງວັນ; ລາງວັນ B 10 ລາງວັນ; ລາງວັນ C 15 ລາງວັນ ແລະ ລາງວັນຊົມເຊີຍ 25 ລາງວັນ; 1 ລາງວັນທີ່ດີເດັ່ນຂອງຜູ້ຂຽນອາຍຸສູງ ແລະ 1 ລາງວັນທີ່ດີເດັ່ນຂອງຜູ້ຂຽນອາຍຸໜຸ່ມ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ເນັ້ນໜັກວ່າ.

        “ຂ້າພະເຈົ້າຫວັງວ່າ, ບັນດານັກຂ່າວ, ບັນດາຜູ້ຮ່ວມງານຈະນັບມື້ນັບຍົກສູງຄວາມຮັບຮູ້, ທັກສະ ແລະ ຄຸນສົມບັດຈັນຍາບັນ; ຊອກຮູ້ຢ່າງບໍ່ຢຸດຢັ້ງ, ປ່ຽນແປງໃໝ່, ມີຫຼາຍວິທີເພື່ອສະແດງອອກ; ສະແດງນ້ຳໃຈຕໍ່ພັກ, ຕໍ່ປະຊາຊົນ ແລະ ປະເທດຊາດ ດ້ວຍການກະທຳລະອຽດ. ແຕ່ລະຂ່າວ, ບົດໃນໜັງສືພິມ, ໂດຍສະເພາະແມ່ນກ່ຽວກັບວຽກງານກໍ່ສ້າງພັກ ຈະສືບຕໍ່ຊ່ວຍໃຫ້ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ປະຕິບັດບົດບາດຊີ້ນຳນຳພາ, ກຳນົດທິດໃຫ້ພະນັກງານ, ສະມາຊິກພັກ ຍາມໃດກໍ່ສູ້ຊົນ, ຮັກສາຄຸນນະທາດຂອງນັກກອມມູນິດເປັນຢ່າງດີ, ເປັນແບບຢ່າງໃນການດຳລົງຊີວິດ ແລະ ວຽກງານຢ່າງແທ້ຈິງ ເພື່ອຄວາມປອດໄສ, ເຂັ້ມແຂງຂອງພັກ”.

ຕອບກັບ

ຂ່າວ/ບົດ​ອື່ນ