ປະທານສະມັດຊາໃຫຍ່ສປຊສະຫນັບສະຫນູນແຜນນະໂຍບາຍຂອງຫວຽດນາມຕໍ່ຫນ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ981

ປະທານສະມັດຊາໃຫຍ່ສປຊສະຫນັບສະຫນູນແຜນນະໂຍບາຍຂອງຫວຽດນາມຕໍ່ຫນ້າເລື່ອງຈີນຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ981 - ảnh 1
ທ່ານ John Ashe, ປະທານ​ສະມັດຊາ​ໃຫຍ່ ສປຊ
photo:internet


(vovworld)- ວັນ​ທີ 10/6, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້​ຕາງຫນ້າ​ຫວຽດນາມ ປະຈຳ ສປຊ ​ໄດ້​ພົບ​ປະ​ກັບ​ທ່ານ John Ashe, ປະທານ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 68 ​ເພື່ອ​ສືບ​ຕໍ່​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ທີ່​ການ​ພົບ​ປະ, ທ່ານ ​ເລ​ຮວ່າຍ​ຈູງ ຢືນຢັນ​ວ່າ: ​ເລີ່​ມມາ​ຈາກ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງສາກົນ​ໂດຍ​ສັນຕິ​ວິທີ ຕາມ​ກົດໝາຍ​ສາກົນ ​ແລະ ປາດ​ຖະຫນາ​ຢາກ​ຮັກສາ, ພັດທະນາ​ການ​ພົວພັນ​ມິດຕະພາບ​ກັບ​ຈີນ, ຫວຽດນາມ ​ໄດ້​ລະງັບ​ໃຈ​​ທີ່​ສຸດ, ​ມານະ​ພະຍາຍາມ​ແກ້​ໄຂ​ສະພາບ​ການ​ປະຈຸ​ບັນ​ຜ່ານ​ການ​ເຈລະຈາ ​ແລະ ບັນດາ​ມາດ​ຕະການອື່ນ​ໂດຍ​ສັນຕິ ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ທ່ານ ​ເລ​ຮ່ວາຍ​ຈູງ ສະ​ເຫ​ນີ ສປຊ ​ແລະ ປະຊາ​ຄົມ​ສາກົນ ສືບ​ຕໍ່​ເອົາ​ໃຈ​ໃສ່, ສະຫນັບສະຫນູນ​ບັນດາ​ຄຳ​ຮຽກຮ້ອງ​ໂດຍ​ມີ​ເຈດ​ຕະນາ​ດີ​ຂອງຫວຽດນາມ.

        ທ່ານ​ປະທານ​ ສະມັດຊາ​ໃຫຍ່ ສປຊ John Ashe ​ແບ່ງ​ເບົາ​ຄວາມ​ວິຕົກ​ກັງວົນຂອງ​ປະຊາ​ຄົມ​ໂລກ ກ່ຽວ​ກັບ​ສະພາບ​ການ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະຫນັບສະຫນູນ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​​ແນ​ໃສ່ຊອກ​ຫາ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ​ເພ່ືອ​ແກ້​ໄຂ​ຄວາມ​ເຄ່ັງ​ຕຶງ​ປະຈຸ​ບັນ ຕາມ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ.

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ