ປະທານສານປຊຊສູງສຸດຫວຽດນາມມອບຫຼຽນກາລະນຶກໃຫ້ຮອງປະທານສານປຊຊສູງສຸດລາວ

ປະທານສານປຊຊສູງສຸດຫວຽດນາມມອບຫຼຽນກາລະນຶກໃຫ້ຮອງປະທານສານປຊຊສູງສຸດລາວ - ảnh 1
ປະທານສານປຊຊສູງສຸດຫວຽດນາມ
ຕ້ອນຮັບຮອງປະທານສານປຊຊສູງສຸດລາວ
(ພາບ: dangcongsan.vn)

(vovworld) - ​ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໂດຍ​ທ່ານ​ຮອງ​ປະທານ​ສານ ຄຳ​ຜາ ​ແສງ​ດາລາ ​ເປັນ​ຫົວໜ້າ​ຄະນະ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ ໃນ​ລະຫວ່າງ​ວັນ​ທີ 1-6/8/2015. ທີ່​ການ​ຕ້ອນຮັບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 5/8, ຢູ່​ຮ່າ​ໂນ້ຍ, ທ່ານ ​ເຈືອງ​ຮ່ວາ​ບິ່ງ, ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຫວຽ​ດນາມ ​​ໄດ້້​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສານ​ບໍລິຫານ. ທ່ານ​ປະທານ​ສານ ​ເຈືອງ​ຮ່ວາ​ບິ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ສານ​ບໍລິຫານ​ໃນ​ລະບົບ​ສານ​ປະຊາຊົນ​ນັບ​ແຕ່​ປີ 1996. ຜ່ານ 20 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ສານ​ບໍລິຫານ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ​ບໍລິຫານ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ພົນລະ​ເມືອງ… ທ່ານ​ຫວັງ​ວ່າ, ບົດຮຽນ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສານ​ບໍລິຫານ​ຫວຽດນາມ ຈະ​ມີ​ປະ​ໂຫຍ​ດ​ໃຫ້​ສານ​ປະຊາຊົນ​ສູງ​ສຸດ​ລາວ​ ໃນ​ການ​ກໍ່​ສ້າງສາ​ນບໍລິຫານ​ໃນ​ລະບົບ​ສານ​ປະຊາຊົນ​ລາວ ​ແລະ ກໍ່​ທີ່ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ແຜນການ​ຮ່ວມ​ມື​ໃນ​ຕໍ່ໜ້າ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຫົວໜ້າ​ສານ ​ເຈືອງ​ຮ່ວາ​ບິ່ງ ​ໄດ້​ມອບ​ຫຼຽນ​ກາລະ​ນຶກ “​ເພື່ອ​ພາລະກິດ​ສານ“ ​ໃຫ້ທ່ານ​ຮອງ​ປະທານ​ສານປະຊາຊົນ​ສູງ​ສຸດ​ລາວ ຄຳ​ຜາ ​ແສງ​ດາລາ  ຍ້ອນ​ໄດ້​ມີ​ການປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສານ​ປະຊາຊົນ​ສອງ​ປະ​ເທດ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະເທດ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ