ປະທານາທິບໍດີ BarackObama ສະເໜີຕໍ່ສະພາແຫ່ງຊາດອະນຸດຍາດໃຫ້ນຳໃຊ້ກຳລັງການທະຫານຕ້ານIS

ປະທານາທິບໍດີ BarackObama ສະເໜີຕໍ່ສະພາແຫ່ງຊາດອະນຸດຍາດໃຫ້ນຳໃຊ້ກຳລັງການທະຫານຕ້ານIS - ảnh 1
ທະ​ຫານ​ອາ​ເມ​ລິ​ກາ ເຂົ້າ​ຮ່ວມບັ້​ນ​ຮົບ​ຕ້ານ IS
(ພ​າບ: army.mil)

(vovworld) – ຂໍ້​ສະ​ເໜີຕໍ່​ສະ​ພາ​ແຫ່ງ​ຊາດ​ຂໍອະ​ນຸດ​ຍາດ​ໃຫ້​ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ​ຕ້ານ IS ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ​ຍົກ​ອອກ​ມາ​ໃນ​ວັນ​ທີ 11/2 ແລະ ນີ້ເປັນ​ຄັ້​ງ​ທຳ​ອິດ​ພາຍຫຼັງ 13 ປີ​ທີ່​ປະ​ທ​າ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດມອບ​ສິດ​ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ. ໃນ​ຈົດ​ໝາຍ​ຢືນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຖື​ວ່າ: IS ພວ​ມກໍ່​ໃຫ້​ເກີດ​ບັນ​ດາ​ໄພ​ນາບ​ຂູ່​ສຳ​ລັບ​ປະ​ຊາ​ຊົນ ອີ​ຣັກ, ຊີ​ຣີ ແລະ ເຂດ​ຕາ​ເວັນ​ອອກ​ກາງ. ຖ້າ​ຫາກບໍ່​​ສະ​ກັດ​ກັ້ນ, IS ຈະ​ແຜ່​ຂະ​ຫຍາຍ​ໄປ​ເຖິງ ອາ​ເມ​ລິ​ກາ. ທ່ານ Obama ເນັ້ນ​ໜັກ​ວ່າ: ໃນ​ເລື່ອ​ງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ​ ບໍ່​ມີ​ວິ​ທີ​ໃດ​ດີ​ກ່​ວາ​ເລື່ອງສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້, ແລະ ນັ້ນ​ກໍ່​ແມ່ນ​ວິ​ທີ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ: ອຳ​ນາດ​ການ​ປົກ​ຄອງ ແລະ ສະ​ພາ​ແຫ່ງ​ຊາດ ອ​າ​ເມ​ລິ​ກາ ສາ​ມັກ​ຄີ​ສະ​ກັດ​ກັ້ນ​ໄພ​ນາບ​ຂູ່​ໂດຍ IS ກໍ່​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂໍ້​ສະ​ເໜີ​ຂອງ​ທ່ານ Obama ໄດ້​ປະ​ສົບ​ກັບ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ຄັດ​ຄ້ານ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ 2 ພັກ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ພັກ ປະ​ຊາ​ທິ​ປະ​ໄຕ, ໃນ​ຂະ​ນະ​ທີ່​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ແຕ່ກໍ່​ມີ​ຄວາມ​ວິ​ຕົກ​ວັງ​ວົນ​ຂໍ້​ຕົກ​ລົງ​ນັ້ນ​ບໍ່​ຈະ​ແຈ້ງ ແລະ ອາດ​ຈະ​ເຮັດ​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ຕົກ​ເຂົ້າ​ສູ່ບັ້ນ​ຮົບທາງ​ບົກ​ທີ່​ແກ່​ຍາວ​. ວັນ​ທີ 13/1, ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ວາ​ລະ​ອະ​ພິ​ປາຍ​ກັບ​ຮ່າງ​ມະ​ຕິ​ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຫາກໍ່​ຢືນ​ໃບ​ສະ​ເໜີ.


ຂ່າວ/ບົດ​ອື່ນ