ປະທານາທິບໍດີ D.Trump ເຜີຍໃຫ້ຮູ້ແຜນການດຳເນີນງານສ່ວນໜຶ່ງໃນການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 04 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ
ປະທານາທິບໍດີ D.Trump ເຜີຍໃຫ້ຮູ້ແຜນການດຳເນີນງານສ່ວນໜຶ່ງໃນການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/ TTXVN )

ສະຖານທີ່ ແລະ ວັນເວລາຈັດຕັ້ງການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ກຳນົດໄວ້ແລ້ວ ແລະ ຈະປະກາດໃນໄວໆນີ້ ພ້ອມກັນນັ້ນ, ທ່ານ Trump ໃຫ້ຮູ້ວ່າ: ບັນຫາຖອນພົນທະຫານ ອາເມລິກາ ອອກຈາກ ສ.ເກົາຫຼີ ຈະບໍ່ມີຢູ່ໃນເນື້ອໃນຂອງການພົບປະສຸດຍອດຄັ້ງນີ້.

        ກ່ອນໜ້ານັ້ນ, ທຳນຽບຂາວໃຫ້ຮູ້ວ່າ: ການພົບປະລະຫວ່າງທ່ານປະທານາທິບໍດີ Trump ກັບການນຳ ສປປ.ເກົາຫຼີ Kim Jong-un ອາດຈະດຳເນີນໃນເດືອນພຶດສະພານີ້. ວັນທີ 30 ເມສາ, ທ່ານປະທານາທິບໍດີ ອາເມລິກາ ກໍ່ສະເໜີໃຫ້ດຳເນີນການພົບປະສຸດຍອດກັບການນຳ ສປປ.ເກົາຫຼີ ຢູ່ຫໍສັນຕິພາບ ຫຼື ຫໍອິດສະຫຼະພາບໃນບ້ານຢຸດຮົບ ປານມູນຈອມ ເຊິ່ງແມ່ນແຫ່ງທີ່ຫາກໍໍ່ດຳເນີນ ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ