ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ປຶກ​ສາ​ຫາ​ລື​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ອິດ​ສະ​ລາ​ແອັນ

(VOVWORLD) -ບັນດານັກການເມືອງ ພັກ Mertez ໄດ້ເນັ້ນໜັ້ກເຖິງການສະໜັບສະໜູນວິທີການຄົງຕົວໂດຍສອງລັດດ ສະໜັບສະໜູນ ລັດ ປາແລັດສະຕິນແຫ່ງເອກະລາດ ແລະ ຄວາມຈຳເປັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.
ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ປຶກ​ສາ​ຫາ​ລື​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ອິດ​ສະ​ລາ​ແອັນ - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas (ພາບ: AFP/TTXVN)

ວັນທີ 3 ຕຸລາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ຕ້ອນຮັບຄະນະປະຕິບັດງານລັດຖະບານ ອິດສະລາແອັນ ຢູ່ເທດສະບານເມືອງ Ramallah ຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ນີ້ແມ່ນການພົບປະຄັ້ງທີ 2 ລະຫວ່າງບັນດາເຈົ້າໜ້າທີ່ປາແລັດສະຕິນ ແລະ ອິດສະລາແອັນໃນ ໄລຍະເວລາ 1 ເດືອນຜ່ານມາ.

ໃນການພົບປະກັບບັນດາເຈົ້າໜ້າທີ່ອິດສະລາແອັນ, ໃນນັ້ນມີທ່ານລັດຖະມົນຕີກະຊວງສາທາລະນະສຸກ Nitzan Horowitz ແລະ ທ່ານລັດຖະມົນຕີການຮ່ວມມືພາກພື້ນ Issawi Freij, ລ້ວນແຕ່ຂຶ້ນກັບພັກຝ່າຍຊ້າຍ Mertez ເຂົ້າຮ່ວມສຳພັນທະມິດກຳອຳນາດ, ທ່ານປະທານາທິບໍດີ Abbas ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຢຸດຕິການສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ, ກໍ່ຄືການຢຸດຕິການເນລະເທດ ບັນດາຄອບຄົວຊາວ ປາແລັດສະຕິນ ອອກຈາກບັນດາບໍລິເວນ ຂອງJerusalem ຕາເວັນອອກ. ສ່ວນ ບັນດານັກການເມືອງ ພັກ Mertez ໄດ້ເນັ້ນໜັ້ກເຖິງການສະໜັບສະໜູນວິທີການຄົງຕົວໂດຍສອງລັດດ ສະໜັບສະໜູນ ລັດ ປາແລັດສະຕິນແຫ່ງເອກະລາດ ແລະ ຄວາມຈຳເປັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ