ປະທານາທິບໍດີ ຢູແກຼນ ຈັດວາງຄຳສັ່ງລົງໂທດໃໝ່ສຳລັບບັນດາສ່ວນບຸກຄົນ ແລະ ວິສາຫະກິດ ລັດເຊຍ ແລະ ເບລາຣຸດ

(VOVWORLD) - ລັດຖະດຳລັດທີສອງມີ 254 ອົງການ ແລະ ວິສາຫະກິດກ່ຽວຂ້ອງເຖິງອຸດສາຫະກຳປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ລັດເຊຍ
ປະທານາທິບໍດີ ຢູແກຼນ ຈັດວາງຄຳສັ່ງລົງໂທດໃໝ່ສຳລັບບັນດາສ່ວນບຸກຄົນ ແລະ ວິສາຫະກິດ ລັດເຊຍ ແລະ ເບລາຣຸດ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ:AP)

ວັນທີ 15 ເມສາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຈັດວາງບັນດາຄຳສັ່ງລົງໂທດສຳລັບ 438 ສ່ວນບຸກຄົນ ແລະ 254 ວິສາຫະກິດຂອງລັດເຊຍ ແລະ ເບລາຣຸດ. ໃນຄຳສັ່ງລົງໂທດທີໜຶ່ງ, ມີພົນລະເມືອງຂອງລັດເຊຍ ແລະ ເບລາຣຸດ 87 ຄົນຖືກຈັດເຂົ້າໃນບັນຊີລາຍຊື່, ໃນນັ້ນມີບັນດານັກກິລາໂດ່ງດັງຂອງລັດເຊຍ, ກໍ່ຄືທ່ານ Sergei Kovalchuk, ລັດຖະມົນຕີກະຊວງກິລາ ແລະ ທ່ອງທ່ຽວ ເບລາຣຸດ. ລັດຖະດຳລັດທີສອງມີ 254 ອົງການ ແລະ ວິສາຫະກິດກ່ຽວຂ້ອງເຖິງອຸດສາຫະກຳປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ລັດເຊຍ, ກໍ່ຄືສະໜອງການບໍລິການໃນອິນເຕີເນັດ. ບັນຊີລາຍຊື່ນີ້ລວມມີບັນດາບໍລິສັດໂດ່ງດັງຂອງລັດເຊຍ ແລະ ເບລາຣຸດ.     

ກ່ອນໜ້ານັ້ນ, ວັນທີ 1 ເມສາ, ທ່ານປະທານາທິບໍດີ Zelensky ໄດ້ຈັດວາງຄຳສັ່ງລົງໂທດສຳລັບ ຊາວ ລັດເຊຍ 33 ຄົນ ແລະ ບໍລິສັດລັດເຊຍ 225 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ