ປະທານາທິບໍດີ ລັດເຊຍ: ບັນດາຂໍ້ຕົກລົງໄດ້ຍົກອອກມາເພື່ອຫຼີກລ້ຽງສະພາບນອງເລືອດ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ: ສ່ວນຫຼາຍນັກຮົບ ແລະ ຜູ້ບັນຊາການຂອງກຸ່ມ Wagner ກໍ່ລ້ວນແຕ່ແມ່ນຊາວ ລັດເຊຍ ຜູ້ຮັກຊາດ, ສຸດຈິດສຸດໃຈຕໍ່ປະຊາຊົນ ແລະ ປະເທດຂອງເຂົາເຈົ້າ
ປະທານາທິບໍດີ ລັດເຊຍ: ບັນດາຂໍ້ຕົກລົງໄດ້ຍົກອອກມາເພື່ອຫຼີກລ້ຽງສະພາບນອງເລືອດ - ảnh 1ກອງປະຊຸມລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບບັນດາເຈົ້າໜ້າທີ່ດ້ານຄວາມໝັ້ນຄົງ ໃນວັນທີ 26 ມິຖຸນາ
(ພາບ:Sputnik)

ວັນທີ 26 ມິຖຸນາ, ພາຍຫຼັງເກີດສະພາບຈະລະຈົນໃນກອງທະຫານເປັນເວລາ 2 ວັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີບົດກ່າວປາໄສຕໍ່ກັບມະຫາຊົນ, ໂດຍຢັ້ງຢືນບັນດາມາດຕະການຈຳເປັນໄດ້ຍົກອອກມາເພື່ອຫຼີກລ້ຽງສະພາບການນອງເລືອດ. ດ້ວຍນ້ຳໃຈຮັກຊາດ, ຄວາມສາມັກຄີ ຂອງທົ່ວສັງຄົມໄດ້ ແລະ ພວມຊ່ວຍປະເທດຊາດຜ່ານຜ່າບັນດາຄວາມຫຍຸ້ງຍາກ.

        ໃນບົດກ່າວປາໄສ, ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ: ສ່ວນຫຼາຍນັກຮົບ ແລະ ຜູ້ບັນຊາການຂອງກຸ່ມ Wagner ກໍ່ລ້ວນແຕ່ແມ່ນຊາວ ລັດເຊຍ ຜູ້ຮັກຊາດ, ສຸດຈິດສຸດໃຈຕໍ່ປະຊາຊົນ ແລະ ປະເທດຂອງເຂົາເຈົ້າ. ເຂົາເຈົ້າໄດ້ພິສູດໃຫ້ເຫັນສິ່ງດັ່ງກ່າວດ້ວຍຄວາມພິລະອາດຫານໃນສະໜາມຮົບ, ປົດປ່ອຍ Donbass ແລະ Novorossiya. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທ່ານແລ້ວ, ສິ່ງດັ່ງກ່າວຕ້ອງມີເວລາ, ລວມທັງເລື່ອງສ້າງໂອກາດໃຫ້ບັນດາຜູ້ມີການກະທຳຜິດພາດມີເວລາຄິດໄລ່ຊັ່ງຊາຄືນ ແລະ ເຂົ້າໃຈໄດ້ວ່າ ການກະທຳຂອງເຂົາເຈົ້າແມ່ນຜິດພາດ, ສັງຄົມໄດ້ຄັດຄ້ານຢ່າງແຮງ ແລະ ກໍ່ຜົນເສຍຫາຍ, ຜົນກະທົບໜັກໜ່ວງສຳລັບ ລັດເຊຍ, ສຳລັບປະເທດຊາດ.ທ່ານປະທານາທິບໍດີ Putin ສະແດງຄວາມຂອບອົກຂອບໃຈນັກຮົບ ແລະ ຜູ້ບັນຊາການຂອງກຸ່ມ Wagner, ບັນດາຜູ້ໄດ້ຍົກອອກຄຳຕັດສິນຖືກຕ້ອງໜຶ່ງດຽວ, ໄດ້ຢຸດຕິການກະທຳໃນຈຸດເວລາສຸດທ້າຍ. ການນຳລັດເຊຍ ກໍ່ສະແດງຄວາມຂອບອົກຂອບໃຈທ່ານ Alexander Grigoryevich Lukashenko, ປະທານາທິບໍດີ ເບລາຣຸດ ຍ້ອນບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງທ່ານໃນການແກ້ໄຂສະພາບໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ