ປະທານາທິບໍດີ ລັດເຊຍ: ອາຊີ ສວມບົດບາດສຳຄັນໃນຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ

(VOVWORLD) -ອາຊີ, ເຊິ່ງແມ່ນສູນແຫ່ງສິດອຳນາດໃໝ່ພວມພັດທະນາຢ່າງເຂັ້ມແຂງກວ່າ, ສວມບົດບາດຢ່າງໃຫຍ່ຫຼວງໃນວິວັດການຫັນໄປສູ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ.
ປະທານາທິບໍດີ ລັດເຊຍ: ອາຊີ ສວມບົດບາດສຳຄັນໃນຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: TTXVN)

        ວັນທີ 13 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄັ້ງທີ 6 ກ່ຽວກັບການສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນ ອາຊີ (CICA) ຢູ່ນະຄອນຫຼວງ Astana, ປະເທດ ກາຊັກສະຖານ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢືນຢັນວ່າ, ອາຊີ, ເຊິ່ງແມ່ນສູນແຫ່ງສິດອຳນາດໃໝ່ພວມພັດທະນາຢ່າງເຂັ້ມແຂງກວ່າ, ສວມບົດບາດຢ່າງໃຫຍ່ຫຼວງໃນວິວັດການຫັນໄປສູ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ.

        ພາຍຫຼັງ 30 ປີແຫ່ງການພັດທະນາ, CICA ໄດ້ກາຍເປັນເວທີປາໄສສຳຄັນກ່ຽວກັບການສົມທົບກັນກະທຳ, ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ. ກອງປະຊຸມແມ່ນບ່ອນພົບປະຂອງປະມຸກລັດ, ຮອງປະມຸກລັດເກືອບ 20 ປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງບັນດາປະເທດສະມາຊິກ ແລະ ນັກສັງເກດການ CICA.

ຕອບກັບ

ຂ່າວ/ບົດ​ອື່ນ