ປະທານາທິບໍດີ ສ.ເກົາຫຼີ ປະກາດໝາກຜົນແຫ່ງການພົບປະກັບການນຳ ສປປ.ເກົາຫຼີ

(VOVWORLD) - ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຮູ້ວ່າ: ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຢືນຢັນຄືນໃໝ່ ຄວາມຕັດສິນໃຈປອດນິວເຄຼຍ ແລະ ດຳເນີນການພົບປະສຸດຍອດກັບທ່ານປະທານາທິບໍດີ ອາເມລິກາ Donald Trump.
ປະທານາທິບໍດີ ສ.ເກົາຫຼີ ປະກາດໝາກຜົນແຫ່ງການພົບປະກັບການນຳ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ພົບປະກັບການນຳ ສປປ.ເກົາຫຼີ Kim Jong-un (ພາບ: CNN)

ທ່ານປະທານາທິບໍດີ ສ.ເກົາຫຼີ ຍົກອອກຄຳປະກາດດັ່ງກ່າວ ທີ່ການປະຊຸມຂ່າວໄດ້ອອກອາກາດທາງໂທລະພາບໃນທົ່ວປະເທດກ່ຽວກັບເນື້ອໃນການພົບປະກ່ອນນັ້ນຂອງທ່ານກັບການນຳ ສປປ.ເກົາຫຼີ ເມື່ອວັນທີ 26 ພຶດສະພາ. ທ່ານປະທານາທິບໍດີ Moon Jae-in ຊີ້ແຈ້ງວ່າ: “ທ່ານປະທານ Kim Jong-un ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງທ່ານແມ່ນ ປອດນິວເຄຼຍຢູ່ແຫຼມ ເກົາຫຼີ ຢ່າງສີ້ນເຊີງ ພາຍຫລັງທີ່ໄດ້ໃຫ້ຄຳໝັ້ນສັນຍາສິ່ງດັ່ງກ່າວໃນຖະແຫຼງການ ປານມູນຈອມ, ພ້ອມທັງສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຢຸດຕິສົງຄາມປະຫວັດສາດ ແລະ ການສູ້ຢັນ ໂດຍຜ່ານການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ”. ທ່ານປະທານາທິບໍດີ ສ.ເກົາຫຼີ ກໍ່ຢືນຢັນວ່າ: ໃນການພົບປະລະຫວ່າງທ່ານ ແລະ ການນຳ ສປປ.ເກົາຫຼີ Kim Jong-un, 2 ຝ່າຍໄດ້ “ເຫັນດີເປັນເອກະພາບວ່າ ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ຈະມາເຖິງ ຕ້ອງໄດ້ຈັດຕັັ້ງສຳເລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ