ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຫວັງ​ວ່າ ອາ​ຊຽນ ຈະ​ກາຍ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ

(VOVWORLD) - ທ່ານປະທານາທິບໍດີ Joko Widodo ເຊື່ອໝັ້ນວ່າ ອາຊຽນ ຈະຢັ້ງຢືນບັນດາການປະກອບສ່ວນໃຫ້ສັນຕິພາບໂລກ ຫຼາຍກ່ວາອີກ
ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຫວັງ​ວ່າ ອາ​ຊຽນ ຈະ​ກາຍ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ - ảnh 1 ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: TTXVN)

ວັນທີ 7 ສິງຫາ, ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ຮຽກຮ້ອງໃຫ້ທຸກປະເທດສະມາຊິກ ອາຊຽນ ມານະພະຍາຍາມນຳອາຊຽນ ກາຍເປັນບ່ອນອີງໃຫ້ແກ່ສັນຕິພາບ, ໃນສະພາບການໂລກພວມມີການຜັນແປທີ່ສັບສົນຫຼາຍຢ່າງ. ກ່າວຄຳເຫັນທີພິທີໄຂເວທີປາໄສໂອ້ລົມສົນທະນາ ກ່ຽວກັບ ການພົວພັນແລກປ່ຽນດ້ານ ວັດທະນະທຳ ແລະ ສາສະໜາ ອາຊຽນ 2023 (ASEAN IIDC), ທ່ານປະທານາທິບໍດີ Joko Widodo ເຊື່ອໝັ້ນວ່າ ອາຊຽນ ຈະຢັ້ງຢືນບັນດາການປະກອບສ່ວນໃຫ້ສັນຕິພາບໂລກ ຫຼາຍກ່ວາອີກ, ພ້ອມທັງເຮັດໃຫ້ພາບພົດຂອງປະຊາຄົມທີ່ມີຄວາມແບ່ງປັນ ແລະ ຄວາມເອົາໃຈໃສ່ໃຫ້ເລິກເຊິ່ງກ່ວາເກົ່າ, ບໍ່ພຽງແຕ່ແມ່ນໃຈກາງຂອງການເຕີບໂຕເທົ່ານັ້ນ ຫາກຍັງ ມີຄວາມກົມກຽວລະຫວ່າງສະຖຽນລະພາບໃນພາກພື້ນ ແລະ ສັນຕິພາບຂອງໂລກອີກດ້ວຍ.

ASEAN IIDC 2023 ໂດຍສະພາມຸດສະລິມ ອິນໂດເນເຊຍ (NU)  ລິເລີ່ມ, ເຊິ່ງໄດ້ຮັບການໜູນຊ່ວຍຈາກລັດຖະບານ ອິນໂດເນເຊຍ ຜ່ານກະຊວງສາສະໜາ ແລະ ກະຊວງການຕ່າງປະເທດ ອິນໂດເນເຊຍ, ເພື່ອແນໃສ່ປັບປຸງເຄືອຂ່າຍບັນດາຜູ້ຄົນທີ່ມີອິດທິພົນ ແລະ ບັນດາການນຳທາງດ້ານສາສະໜາຂອງບັນດາປະເທດ ອາຊຽນ, ຜ່ານນັ້ນ ກໍ່ຊຸກຍູ້ຄຸນຄ່າທາງດ້ານວັດນະທະນຳ ແລະ ຄວາມເສລີໃນ ການເຫຼື້ອມໃສສາສະໜາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ