ປະທານາທິບໍດີ ອາເມລິກາ Joe Biden ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 10 ກັນຍານີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ແຕ່ວັນທີ 10 – 11 ກັນຍານີ້, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ.
ປະທານາທິບໍດີ ອາເມລິກາ Joe Biden ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ລົງສະໜາມບິນຈາກເຮືອບິນພິເສດ

      ອອກຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄະນະຜູ້ແທນຢູ່ສະໜາມບິນ ມີທ່ານ ເລຮ່ວາຍຈຸງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານຮ່າກິມງອກ ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ; ທ່ານ ຫງວຽນງອກຕ້ວນ ປະທານສະພາປະຊາຊົນນະຄອນຮ່າໂນ້ຍ; ທ່ານ ຫງວຽນກວກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ; ທ່ານ ຫງວຽນຫວຽດຢຸງ ຫົວໜ້າກົມພິທີການແຫ່ງລັດ, ກະຊວງການຕ່າງປະເທດ.

  ທ່ານ Marc E. Knapper ເອກອັກຄະລັດຖະທູດ ອາເມລິກາປະຈຳຫວຽດນາມ ພ້ອມດ້ວຍ ພະນັກງານ, ພາລະກອນຂອງສະຖານທູດ ອາເມລິກາຫຼາຍທ່ານ ໄດ້ມີໜ້າຢູ່ ສະໜາມບິນ ເພື່ອຕ້ອນຮັບທ່ານປະທານາທິບໍດີ Joe Biden ແລະ ຄະນະຜູ້ແທນຂັ້ນສູງ ອາເມລິກາ.

          ຕິດຕາມທ່ານປະທານາທິບໍດີ Joe Biden ໃນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ມີທ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken; ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Jake Sullivan; ທູດພິເສດຂອງປະທານາທິບໍດີ ກ່ຽວກັບດິນຟ້າອາກາດ John Kerry; ຜູ້ຊ່ວຍປະທານາທິບໍດີ, ຮອງທີ່ປຶກສາດ້ານຄວາມ ໝັ້ນຄົງແຫ່ງຊາດ John Finer; ຮອງຜູ້ຊ່ວຍປະທານາທິບໍດີ, ຜູ້ປະສານງານພິເສດ ຂອງສະພາຄວາມໝັ້ນຄົງແຫ່ງຊາດ Kurt Campbell ແລະເຈົ້າໜ້າທີ່ຂັ້ນສູງອີກຈຳນວນໜຶ່ງ.

ປະທານາທິບໍດີ ອາເມລິກາ Joe Biden ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ - ảnh 2         ພິທີຕ້ອນຮັບປະທານາທິບໍດີ Joe Biden ຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດຕາມພິທີການສູງສຸດຂອງປະມຸກລັດ

      ພິທີຕ້ອນຮັບ ທ່ານປະທານາທິບໍດີອາເມລິກາ Joe Biden ຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດຫວຽດນາມຕາມພິທີການສູງສຸດຂອງປະມຸກລັດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເປັນປະທານພິທີຕ້ອນຮັບ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຊີນທ່ານປະທານາທິບໍດີ ອາເມລິກາ Joe Biden ກ້າວຂຶ້ນສູ່ເວທີກຽດຕິຍົດ ໃນທ່າມກາງເພງຊາດຂອງສອງປະເທດບັນເລັງຂຶ້ນ.     ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຍ່າງກວດ ກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ.

    ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ນຳໜ໊າຄະນະຜູ້ແທນຂັ້ນສູງຫວຽດນາມ, ທ່ານປະທານາທິບໍດີ ອາເມລິກາ Joe Biden ນຳໜ້າຄະນະຜູ້ແທນຂັ້ນສູງ ອາເມລິກາ ໄດ້ດຳເນີນການເຈລະຈາຢູ່ສຳນັກງານສູນກາງພັກກອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ