ປະທານາທິບໍດີ ອາເມລິກາ ຊັ່ງຊາວິທີການທະຫານຢູ່ ຊີຣີ

ປະທານາທິບໍດີ ອາເມລິກາ ຊັ່ງຊາວິທີການທະຫານຢູ່ ຊີຣີ - ảnh 1

ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump
(ພາບ: Reuters)


(vovworld) - ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donal Trump ສືບຕໍ່​ຮັກສາ​ຂໍ້​ຕົກລົງ​ບຸກ​ໂຈມ​ຕີ ຊີຣີ ​ແມ່ນ​ນອນ​ໃນ​ຜົນ​ປະ​ໂຍດຂອງ ອາ​ເມ​ລິ​ກາ, ພ້ອມ​ທັງ ຖະ​ແຫຼ​ງວ່າ ພວມ​ພິຈາລະນາ​ບັນດາ​ການ​ກະທຳ​ຕໍ່​ໄປ. ​ໃນ​ສານ​ທີ່​ຍື່ນ​ຕໍ່​ສະພາ​ສູງ ​ແລະ ສະພາ​ຕ່ຳ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 08/04, ທ່ານປະທານາທິບໍດີ Donal Trump ຊີ້​ແຈ້ງວ່າ: ທ່ານ​​​ໄດ້ກະທຳ​ເພື່ອ​ຜົນ​ປະ​ໂຫຍ​ດຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ບັນດາ​ການ​ກະທຳ​ເພີ່ມ​ເຕີ່​ມ ​ເມື່ອ​ມີ​ຄວາມຈຳ​ເປັນ ​ແລະ ​ເໝາະ​ສົມ, ​ເພື່ອ​ຍູ້​ແຮງ​ບັນດາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ທີ່​ສຳຄັນ. ບັນດາ​ແຫຼ່ງຂ່າວ​ສື່​ມວນ​ຊົນຢູ່ ອາ​ເມ​ລິ​ກາ ​ໃຫ້​ຂ່າວ​ວ່າ ທ່ານປະທານາທິບໍດີ Donal Trump ພວມ​ຊັ່ງຊາ 2 ກໍລະນີ ນັ້ນ​ແມ່ນ​ບຸກ​ໂຈມ​ຕີ​ລົງ​ໂທ​ດ ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ເກີດບັນດາ​ເຫດ​ນຳ​ໃຊ້​ອາວຸດ​ເຄມີ​ຄືນ​ໃໝ່ ​ແລະ ບຸກ​ໂຈມ​ຕີ​ຢ່າງ​ຂ້ຽວຂາດ ​ເພື່ອ​ທຳລາຍ​ສາງ​ອາວຸດ​​ເຄມີ​ຂອງ ຊີຣີ ກໍ່​ຄື​ບັນດາ​ພາຫະນະ​ຂົນ​ສົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ