ປະທານາທິບໍດີ ອາເມລິກາ ນາບຂູ່ຖອນຕົວອອກຈາກ ອົງການ WTO

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກ ອົງການການຄ້າໂລກ (WTO) ຖ້າຫາກວ່າ ອົງການດັ່ງກ່າວບໍ່ປັບປຸງບັນດາມາດຕາ, ຂໍ້ກໍານົດ ເຊິ່ງຕາມທ່ານຖືວ່າ “ລໍາອຽງ” ສໍາລັບ ຈີນ. 

        ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຍົກອອກມາໃນວັນທີ 13 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກ ອົງການການຄ້າໂລກ (WTO) ຖ້າຫາກວ່າ ອົງການດັ່ງກ່າວບໍ່ປັບປຸງບັນດາມາດຕາ, ຂໍ້ກໍານົດ ເຊິ່ງຕາມທ່ານຖືວ່າ “ລໍາອຽງ” ສໍາລັບ ຈີນ. ກ່ອນໜ້ານັ້ນ, ທ່ານ Donald Trump ເຄີຍນາບຂູ່ຈະຖອນຕົວອອກຈາກ WTO, ໂດຍໄດ້ຕໍາໜິຕິຕຽນອົງການດັ່ງກ່າວວ່າ ມີການປະພຶດບໍ່ຍຸຕິທໍາກັບອາເມລິກາ, ພ້ອມທັງຢ້ັງຢືນວ່າ ວໍຊິງຕັນ ບໍ່ຕ້ອງການປະຕິບັດຕາມບັນດາຫຼັກການຂອງອົງການການຄ້າສາກົນນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ