ປະທານາທິບໍດີ ອາເມລິກາ ບໍ່ຕັ້ງຄວາມຫວັງສູງໃນການພົບປະສຸດຍອດ ລັດເຊຍ - ອາເມລິກາ

(VOVWORLD) - ຕາມຕາຕະລາງເຮັດວຽກໂດຍທຳນຽບຂາວປະກາດແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ເລີ່ມຕົ້ນການພົບປະໂດຍກົງໃນຂອບເຂດກອງປະຊຸມສຸດຍອດໃນວັນທີ 16 ກໍລະກົດ ຢູ່ນະຄອນຫຼວງ Helsinki

ວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານບໍ່ຕັ້ງຄວາມຫວັງສູງໃນການພົບປະສຸດຍອດ ລັດເຊຍ - ອາເມລິກາ ເຊິ່ງຈັດຕັ້ງໃນວັນທີ 16 ກໍລະກົດ. ລະອຽດຄື, ເມື່ອຕອບສຳພາດໃນຊ່ອງ CBS, ການນຳ ອາເມລິກາ ໃຫ້ຂໍ້ສັງເກດວ່າ ທ່ານໄດ້ໄປຍັງ Helsinki ດ້ວຍຄວາມຫວັງ ຈະບໍ່ມີ “ໝາກຜົນອັນບໍ່ດີ” ພາຍຫຼັງການພົບປະ.

        ຕາມຕາຕະລາງເຮັດວຽກໂດຍທຳນຽບຂາວປະກາດແລ້ວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin ເລີ່ມຕົ້ນການພົບປະໂດຍກົງໃນຂອບເຂດກອງປະຊຸມສຸດຍອດໃນວັນທີ 16 ກໍລະກົດ ຢູ່ນະຄອນຫຼວງ Helsinki, ປະເທດ ແຟງລັງ ໃນເວລາ 13ໂມງ 20 ນາທີ (ຕາມເວລາທ້ອງຖິ່ນ). ພາຍຫຼັງສິ້ນສຸດການພົບປະຊຶ່ງຄາດວ່າດຳເນີນໃນເວລາ ຊົ່ວໂມງເຄິ່ງນັ້ນ, ການນຳ 2 ທ່ານຈະສືບຕໍ່ແລກປ່ຽນໃນເວລາກິນເຂົ້າທ່ຽງ. ການປະຊຸມຂ່າວຂອງການນຳ 2 ທ່ານຈະເລີ່ມແຕ່ເວລາ 16 ໂມງ 50 ນາທີ.

        ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Yuri Ushakov ໃຫ້ຮູ້ວ່າ: ປະຈຸບັນ, 2 ຝ່າຍບໍ່ຈຳກັດເວລາເຮັດວຽກໃນການພົບປະລັບຂັ້ນສຸດຍອດ, ປະທານາທິບໍດີ 2 ທ່ານຈະແມ່ນຜູ້ຕັດສິນອອກຖະແຫຼງການຮ່ວມພາຍຫຼັງການເຈລະຈາຫຼື ຈະພຽງແຕ່ສະຫລຸບກ່ຽວກັບເນື້ອໃນການພົບປະສຸດຍອດໃນການປະຊຸມຂ່າວຮ່ວມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ