ປະທານາທິບໍດີ ອາເມລິກາ ອອກສຽງພາຍຫຼັງການພົບປະສຸດຍອດກັບ ລັດເຊຍ

(VOVWORLD) - ຖະແຫຼງການນີ້ໂດຍທ່ານ Trump ຍົກອອກມາ ໃນການປະຊຸມຂ່າວຢູ່ທຳນຽບຂາວ...
ປະທານາທິບໍດີ ອາເມລິກາ ອອກສຽງພາຍຫຼັງການພົບປະສຸດຍອດກັບ ລັດເຊຍ - ảnh 1ການນຳ ອາເມລິກາ ແລະ ລັດເຊຍ ທີ່ການປະຊຸມຂ່າວພາຍຫຼັງການພົບປະສຸດຍອດ

ວັນທີ 17 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາການພົວພັນລະຫວ່າງ ວໍຊິງຕັນ ກັບ ມົດສະກູ ເຄີຍຢູ່ໃນລະດັບຊົ່ວຮ້າຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ແຕ່ວ່າ ການພົວພັນນີ້ພວມໄດ້ຮັບການປັບປຸງ ແລະ ຈະກັບຄືນສູ່ສະພາບການດີງາມກ່ວາໃນອະນາຄົດ. ຖະແຫຼງການນີ້ໂດຍທ່ານ Trump ຍົກອອກມາ ໃນການປະຊຸມຂ່າວຢູ່ທຳນຽບຂາວ, ພາຍຫຼັງເວລາກ່ວາມື້ໜຶ່ງເມື່ອທ່ານໄດ້ປະກົດຕົວກັບຄູ່ຕຳແໜ່ງລັດເຊຍ Vladimir Putin ທີ່ກອງປະຊຸມສຸດຍອດ 2 ຝ່າຍຢູ່ນະຄອນຫຼວງ Helsinki ຂອງປະເທດ ແຟງລັງ. ການນຳ ອາເມລິກາ ໃຫ້ຮູ້ວ່າໃນການພົວພັນສະເພາະກັບທ່ານປະທານາທິບໍດີ Putin, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາ ສປປ ເກົາຫຼີ, ພາກພື້ນຕາເວັນອອກກາງ, ພິເສດແມ່ນວິກິດການ ຊີຣີ ແລະ ຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍຂອງ ອີຣານ. ທ່ານ Trump ສະແດງຄວາມຫວັງວ່າ ໃນຈຸດເວລາໃດໜຶ່ງ, ອີຣານ ຈະຕິດຕໍ່ພົວພັນກັບ ອາເມລິກາ ແລະ 2 ຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງ. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Trumpໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງລັດເຊຍ Putin ໄດ້ເຕື້ອງເຖິງເລື່ອງຫລຸດຜ່ອນອາວຸດນິວເຄຼຍ ໃນທົ່ວໂລກ.

        ກໍ່ທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວສະແດງການຮັບຮູ້ໝາກຜົນຂອງອົງການສືບລາຊະການລັບຂອງປະເທດນີ້, ໃນນັ້ນຖືວ່າ ລັດເຊຍ ໄດ້ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີເມື່ອປີ 2016 ຂອງປະເທດນີ້. ຄຽງຄູ່ກັນນັ້ນ, ທ່ານ Trump ກໍ່ສະແດງຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນສຳລັບບັນດາອົງການສືບລາຊະການລັບຂອງ ອາເມລິກາ, ພ້ອມທັງຕັກເຕືອນວ່າ ການແຊກແຊງຂອງ ລັດເຊຍ  ບໍ່ສົ່ງຜົນສະທ້ອນເຖິງໝາກຜົນຂອງການເລືອກຕັ້ງປະທານາທິບໍດີເມື່ອປີ 2016, ຢັ້ງຢືນວ່າ ວໍຊິງຕັນ ຈະເຮັດທຸກສິ່ງທຸກຢ່າງເພື່ອປົກປ້ອງການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ