ປະທານາທິບໍດີWidodoກວດກາວຽກງານແກ້ໄຂຜົນຮ້າຍຈາກເຫດແຜ່ນດິນໄຫວ

ປະທານາທິບໍດີWidodoກວດກາວຽກງານແກ້ໄຂຜົນຮ້າຍຈາກເຫດແຜ່ນດິນໄຫວ - ảnh 1
​ເຫດ​​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 07/12/2016
ຢູ່​ແຂວງ Aceh, ອິນ​ໂດ​ເນ​ເຊຍ
(ພາບ: AFP/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 08/12 ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo​ໄດ້​ລົງ​ແຂວງ Aceh ​ເພື່ອ​ກວດກາ​ໂດຍ​ກົງ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ເຫດ​ແຜ່ນດິນ​​ໄຫວຄວາມ​ແຮງ 6,5 ​ຣິກ​ແຕ ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 07/12. ພາຍຫລັງ​ມາ​ຮອດ​ຢູ່​ສະໜາມ​ບິນ, ທ່ານ​ປະທານາທິບໍດີ Widodo​ ​ໄດ້​​ໄປ​ຢ້ຽມຢາມ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່ພວມ​ປິ່ນ​ປົ່ວ​ພະຍາດ​ຢູ່​ໂຮງໝໍ Zainal Abidin ​ແຂວງ Aceh. ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ລະດົ​ມ ຊັບພະຍາກອນມະນຸດວັດຖຸ​ເປັນ​ຈຳນວນ​ຫລວງຫລາຍ​ໃຫ້​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ເຫດ​​ແຜ່ນດິນ​ໄຫວ, ​ໃນ​ນັ້ນ​ມີ​ທະຫານ, ຕຳຫລວດ, ພາລະ​ກອນ​ກູ້​ໄພ​ກູ້​ຊີບ, ການ​ແພດ ​ແລະ ຜູ້​ອາສາ​ສະໝັກ​ນັບ​ພັນ​ຄົນ. ​ເຫດ​​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 07/12/2016 ຢູ່​ແຂວງ Aceh, ອິນ​ໂດ​ເນ​ເຊຍ ​ໄດ້​ກໍ່ຄວາມ​ເສຍ​ຫາຍ​​ທາງ​ດ້ານ​ຊີວິດ​ອິນ​ຊີ ​ແລະ ຊັບ​ສົມບັດ, ວັນ​ທີ 08/12/2016 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ສານ​ຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​​ເຊຍ Joko Widodo​.

ຂ່າວ/ບົດ​ອື່ນ