ປະທານາທິບໍດີຊີຣີຖະແຫຼງສືບຕໍ່ດຳເນີນບັນດາບັ້ນຮົບການທະຫານພາຍຫຼັງຢຶດຄອງ Aleppo ຄືນໃໝ່

ປະທານາທິບໍດີຊີຣີຖະແຫຼງສືບຕໍ່ດຳເນີນບັນດາບັ້ນຮົບການທະຫານພາຍຫຼັງຢຶດຄອງ Aleppo ຄືນໃໝ່ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​ ​ວັນ​ທີ 14/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar Al Assad ຖະ​ແຫຼງວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຈະ​ບໍ່​ຢຸດ​ຕິ​ພາຍ​ຫຼັງ​ກອງ​ທັບ​ປະ​ເທດນີ້​ຢືດ​ຄອງ Aleppo ​ ຄືນ​ໃໝ່ຢ່າງ​ຄົບ​ຖ້ວນ​ ແລະ ​ໄດ້ຕີ​ໃຫ້​ພວກ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຖອນ​ອອກ​ນະ​ຄອນ​ນີ້. ເມື່ອ​ຕອບ​ສຳ​ພາດ​ຕໍ່ນັກ​ຂ່າວ​ໃນ​​ຊ່ອງ​ໂທ​ລະ​ພາບ NTV, ທ່ານປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar Al Assad ເວົ້າ​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​​​ອາດຈະ​ຖືກ​ຢຸດ​ຕິ​ຢູ່​ບັນ​ດາ​ເຂດ ເຊິ່ງ​ແມ່ນ​​ບ່ອນ​ທີ່ພວກ​ກະ​ບົດ ແລະ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດມອບ​ສົ່ງ​ອາ​ວຸດ​ໃຫ້​ບັນ​ດາ​ກຳ​ລັງ​ຂອງອ​ຳ​ນາດ​ການ​ປົກ​ຄອງ​ຊີ​ຣີ ໂດຍ​ກົງ ແລະ ຖອນ​ອອກ. ການ​ນຳ Damacus ກໍ່​ໃສ່​ໃຈ​ວ່າ ເລື່ອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອ​ງ ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ​ແນ​ໃສ່​ນະ​ຄອນ​ເກົ່າ Palmyra ດ້ວຍ​ຈຳ​ນວນ​ອາ​ວຸ​ດ ແລະ ບັນ​ດາ​ມື​ປືນ​ຢ່າງ​ຫຼວງ​ຫຼາຍ ໄດ້​​ສະ​ແດງໃຫ້​ເຫັນ​ວ່າ ​ກຳ​ລັງກໍ່​ການ​ຮ້າຍນ​ີ້​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໂດຍ​ກົງ​ຈາກ​ບາງ​ປະ​ເທດ. ທ່ານ Bashar Al Assad ກໍ​ເຕື້ອງ​ເຖິງພາ​ລະ​ກິດ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​​ຄືນ​ໃໝ່ພາຍ​ຫຼັງ​ສົງ​ຄາມ ແລະ ຮ​ຽກ​ຮ້ອງ​ບັນ​ດາ​ນັກ​ທຸ​ລະ​ກິດ​ຊີ​ຣີ ກັບ​​ຄືນເມືອ​ປະ​ເທດ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ.

ຂ່າວ/ບົດ​ອື່ນ