ປະທານາທິບໍດີຕວກກີໄປຢ້ຽມຢາມ Tunisia ໂດຍບັງເອີນເພື່ອປຶກສາຫາລືກ່ຽວກັບສະພາບການລີບີ

(VOVWORLD) -ວັນທີ 25 ທັນວາ, ທ່ານປະທານາທິບໍດີຕວກກີ Tayyip Erdogan ໄດ້ໄປຢ້ຽມຢາມ Tunisia ໂດຍບັງເອີນ ແລະ ພົບປະກັບຄູ່ຕຳແໜ່ງ Kaies Saied, ດ້ວຍໂຄງການດຳເນີນງານສຸມໃສ່ບັນຫາລີບີ.

ປະທານາທິບໍດີຕວກກີໄປຢ້ຽມຢາມ Tunisia ໂດຍບັງເອີນເພື່ອປຶກສາຫາລືກ່ຽວກັບສະພາບການລີບີ - ảnh 1 ທ່ານປະທານາທິບໍດີຕວກກີ Tayyip Erdogan

(ພາບປະກອບ: AFP/TTXVN)

ທ່ານ Tayyip Erdogan ໃຫ້ຮູ້ວ່າ, ໄດ້ປຶກສາຫາລືກັບຄູ່ຕຳແໜ່ງ Tunisia ກ່ຽວກັບບັນດາບາດກ້າວເດີນຕໍ່ໄປ ແລະ ແຜນການຮ່ວມມືອາດຈະຊ່ວຍສ້າງຂໍ້ຕົກລົງຢຸດຍິງຢູ່ລີບີ, ທ່ານສະແດງຄວາມເຊື່ອມໝັ້ນວ່າ Tunisia ຈະມີການປະກອບສ່ວນ “ທີ່ມີຄຸນຄ່າ ແລະ ມີລັກສະນະສ້າງສັນ” ໃຫ້ແກ່ການສ້າງສະຖຽນລະພາບຢູ່ລີບີ. ທ່ານ Tayyip Erdogan ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງຄຳສັ່ງຢຸດຍິງຢູ່ລີບີ ໃຫ້ໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ