ປະທານາທິບໍດີປາແລດສະຕີນເຊັນຮັບຮອງເອົາຂໍ້ສະເໜີເຂົ້າຮ່ວມ20ສົນທິສັນຍາແລະອົງການສາກົນ

ປະທານາທິບໍດີປາແລດສະຕີນເຊັນຮັບຮອງເອົາຂໍ້ສະເໜີເຂົ້າຮ່ວມ20ສົນທິສັນຍາແລະອົງການສາກົນ - ảnh 1
ໂດຍແມ່ນທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmud Abbas
(ພາບ​ປະ​ກອບ)

(vovworld) – ປະ​ທາ​ນາ​ທິ​ບໍ​ດີ​ ປາ​ແລດ​ສະ​ຕີນ ​ເຊັນ​ຮັບ​ຮອ​ງ​ເອົາ​ຂໍ້​ສະ​ເໜີ​ເຂົ້າ​ຮ່ວມ 20 ສົນ​ທິ​ສັນ​ຍາ​ ແລະ​ ອົງ​ການ​ສາ​ກົນ - ຂໍ້​ສະ​ເໜີ​ດັ່ງ​ກ່າວ​ໂດຍແມ່ນທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ Mahmud Abbas ເຊັນ​ຮັບ​ຮອງ​ເອົາ​ໃນ​ວັນ​ທີ 31/12. ໃນ​ຈຳ​ນວນ 20 ສົນ​ທິ​ສັນ​ຍາ ແລະ ອົງ​ການ​ສາ​ກົນ​ມ​ີ​ສານ​ອາ​ຍາ​ສາ​ກົນ (ICC), ເປີດ​ຊ່ອງ​ທາງ​ເພື່ອ​ໃຫ້​ປະ​ແລດ​ສະ​ຕີນ ​ສາ​ມາດຈະ​ຮ້ອງ​ຟ້ອງ ອິດ​ສະ​ຣາ​ແອນ ຂຶ້ນ​ສານ ICC. ຕາມ​ປະ​ທາ​ນາ​ທິ​ບໍ​ດີ Abbas ແລ້ວ, ການ​ກະ​ທຳ​ນີ້​ຖືກ​ຕ້ອງ​ກັບ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ ປາ​ແລດ​ສະ​ຕີນ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ຕັ້ງ​ລັດ ປະ​ແລດ​ສະ​ຕີນ ເອ​ກະ​ລາດ ໃນ​ບັນ​ດາ​ເສັ້ນ​ຊາ​ຍ​ແດນ​ປີ 1967.



ຂ່າວ/ບົດ​ອື່ນ