ປະທານາທິບໍດີມຽນມາ:ອາຊຽນໄດ້ສະແດງໃຫ້ເຫັນເຊິ່ງກຳລັງແຮງລວມໝູ່ແລະລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ

(VOVWORLD) -ອາຊຽນ ກຳລັງປະສານສົມທົບກັນເພື່ອຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ

ປະທານາທິບໍດີມຽນມາ:ອາຊຽນໄດ້ສະແດງໃຫ້ເຫັນເຊິ່ງກຳລັງແຮງລວມໝູ່ແລະລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ảnh 1 ທ່ານ U Win Myint ປະທານາທິບໍດີມຽນມາ 

(ພາບ: EPA)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018), ໃນວັນທີ 8 ສິງຫາທ່ານ U Win Myint ປະທານາທິບໍດີມຽນມາ ໄດ້ຮຽກຮ້ອງໃຫ້ປະຊາຊົນມຽນມາ ຈົ່ງມານະພະຍາຍາມຫຼາຍກວ່າເກົ່າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນວິວັດແຫ່ງການກໍ່ສ້າງປະຊາຄົມອາຊຽນ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ຂອງໂລກ. ທ່ານປະທານາທິບໍດີ U Win Myint ຢັ້ນຢືນວ່າ ມຽນມາແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງອາຊຽນ, ໄດ້ຮ່ວມມືຢ່າງເຕັມສ່ວນກັບບັນດາປະເທດສະມາຊິກອື່ນ ໃນການປະຕິບັດແຜນການສັງລວມກໍ່ສ້າງປະຊາຄົມອາຊຽນ, ເຊື່ອມໂຍງກັບພາກພື້ນ ແລະ ກໍ່ສ້າງປະຊາຄົມ.

ເພື່ອແນໃສ່ເພີ່ມທະວີການສ້າງປະຊາຄົມ ອາຊຽນ ໂດຍກວມລວມ, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ, ໃຫ້ປະກົດຜົນເປັນຈິງນັ້ນ, ທ່ານປະທານາທິບໍດີ ມຽນມາ ຊີ້ແຈ້ງວ່າ ອາຊຽນ ກຳລັງປະສານສົມທົບກັນເພື່ອຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ຜ່ານບັນດາການເຄື່ອນໄຫວຮ່ວມມືດ້ວຍຫຼາຍຮູບຫຼາຍແບບໃນຂົງເຂດການສຶກສາ, ສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ ແລະ ຕ້ານ ໄພທຳມະຊາດ ແລະ ຄຸ້ມຄອງຊັຍພະຍາກອນທຳມະຊາດແບບຍືນຍົງ./

ຕອບກັບ

ຂ່າວ/ບົດ​ອື່ນ