ປະທານາທິບໍດີລັດເຊຍ V.Putin ເຊັນລັດຖະດຳລັດແຕ່ງຕັ້ງທ່ານ Mikhail Mishustin ດຳລົງຕຳແໜ່ງນາຍົກລັດຖະມົນຕີ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ເຊັນລັດຖະດຳລັດແຕ່ງຕັ້ງທ່ານ Mikhail Mishustin, ຫົວໜ້າອົງການພາສີສະຫະພັນລັດເຊຍ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່.

ປະທານາທິບໍດີລັດເຊຍ V.Putin ເຊັນລັດຖະດຳລັດແຕ່ງຕັ້ງທ່ານ Mikhail Mishustin ດຳລົງຕຳແໜ່ງນາຍົກລັດຖະມົນຕີ - ảnh 1 ທ່ານ Mikhail Mishustin ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່

(ພາບ: AFP/TTXVN)

ຕອນບ່າຍວັນທີ 16 ມັງກອນ, ພາຍຫຼັງທີ່ສະພາຕ່ຳລັດເຊຍ ຮັບຮອງເອົາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ເຊັນລັດຖະດຳລັດແຕ່ງຕັ້ງທ່ານ Mikhail Mishustin, ຫົວໜ້າອົງການພາສີສະຫະພັນລັດເຊຍ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່. ເລື່ອງແຕ່ງຕັ້ງທ່ານ Mikhail Mishustin ດຳລົງຕຳແໜ່ງນາຍົກລັດຖະມົນຕີລັດເຊຍ ໄດ້ຮັບຖືວ່າແມ່ນສ່ວນໜຶ່ງໃນແຜນການປັບປຸງລະບົບການເມືອງ ເຊິ່ງທ່ານປະທານາທິບໍດີ Vladimir Putin ແຈ້ງໃຫ້ຊາບໃນສູນທອນພົດສານສະຫະລັດ ໃນວັນທີ 15 ມັງກອນ.

          ກ່ອນໜ້ານັ້ນໃນວັນດຽວກັນ, ດ້ວຍບັດສະໜັບສະໜູນ 383 ໃນຈຳນວນ 424 ບັດ, ບໍ່ມີບັດຄ້ານ ແລະ ບັດຂາວ 41 ບັດ, ສະພາຕ່ຳລັດເຊຍ ໄດ້ຮັບຮອງເອົາຂໍ້ສະເໜີຂອງພັກກຳອຳນາດປະເທດລັດເຊຍ ທີ່ເຫັນດີເປັນເອກະພາບແຕ່ງຕັ້ງທ່ານ Mikhail Mishustin ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່.

          ເນື່ອງໃນໂອກາດທ່ານ Mikhail Mishustin ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີສະຫະພັນລັດເຊຍ, ວັນທີ 16 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນ. ໃນໂທລະເລກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ຈະຊີ້ນຳນຳພາລັດຖະບານລັດເຊຍ ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ ໃນພາລະກິດແຫ່ງການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຢືນຢັນວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ສົມທົບກັບລັດຖະບານສະຫະພັນລັດເຊຍ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງ 2 ປະເທດ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ