ປະທານາທິບໍດີສ.Azerbaijanຢ້ຽມຢາມທາງລັດຖະກິດຫວຽດນາມ

ປະທານາທິບໍດີສ.Azerbaijanຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ ສ. Azerbaijan
(ພາບ: Azernews.az)

(vovworld) – ​​ ວັນ​ທີ 18/5, ທ່ານ​ປະທານາທິບໍດີ ສ. Azerbaijan ​ໄດ້​ເດີນທາງ​ມາ​ຮອດ ຮ່າ​ໂນ້ຍ, ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ. ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Ilham Aliyev ​​ໃນ​ລະ​ຫວ່າງ​ວັນ​ທີ 18 – 20/5, ຕາມ​ຄຳ​ເຊື້ອ​ເຊີນຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ. ຕາມ​ແຜນການ​ແລ້ວ, ພິທີ​ຕ້ອນຮັບ​ທາງ​ການ​ທ່ານ​ປະທານາທິບໍດີ ສ. Azerbaijan Ilham Aliyev ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ສຳນັກງານ​ປະ​ທານ​ປະ​ເທດ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ຈາກ​ນັ້ນ, ການ​ນຳ 2 ທ່ານ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Ilham Aliyev ຈະ​ເຂົ້າ​ຢ້ຽມ​ຂຳ່ນັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ.

ຂ່າວ/ບົດ​ອື່ນ