ປະທານາທິບໍດີສ.ຟີລິບປິນເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານາທິບໍດີສ.ຟີລິບປິນເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ປະ​ເທດ ສ. ຟີ​ລິບ​ປິນ

(vovworld) - ​​ວັນ​ທີ 28/9, ທ່ານ​ປະທານາທິບໍດີ ປະ​ເທດ ສ. ຟີ​ລິບ​ປິນ Rodrigo Roa Duterte ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 28 – 29/9/2016 ຕາມ​ຄຳ​ເຊີນ​ຂ​ອງທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທຳ​ອິດ ​ແລະ ​ແມ່ນ​ການ​​ເດີນທາງ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທີ 4 ຂ​ອງທ່ານ​ Rodrigo Roa Duterte ນັບ​ແຕ່​ເມື່ອ​ດຳລົງ​ຕຳ​ແໜ່​ງ (30/6/2016) ​ເປັນ ປະທານາທິບໍດີ ຟີ​ລິບ​ປິນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີ ສ. ຟີ​ລິບ​ປິນ Rodrigo Roa Duterte, 2 ຝ່າຍ​ຈະ​ແລກປ່ຽນ​ບັນດາ​ທິດ​ທາງ, ມາດ​ຕະກາ​ນຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ…. ນອກ​ນັ້ນ, 2 ຝ່າຍ​ຈະ​ແລກປ່ຽນ​ບັນ​ດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.


ຂ່າວ/ບົດ​ອື່ນ