ປະທານາທິບໍດີສະຫະລັດອາເມລິກາBarackObamaໃກ້ຈະມາຢ້ຽມຢາມຫວຽດນາມ

ປະທານາທິບໍດີສະຫະລັດອາເມລິກາBarackObamaໃກ້ຈະມາຢ້ຽມຢາມຫວຽດນາມ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama
(ພາບ: TTXVN)

(vovworld)-​ ໃນວັນ​ທີ 10/5 ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ, ໄດ້ອອກແຈ້ງ​ການ ໃຫ້ຮູ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Barack Obama ຈະ​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາ​ງ​ການ. ໃນ​ລະ​ຫວ່າງ ວັນ​ທີ 22 ເຖິງ 25/5/2016.

        ໃນ​ວັນ​ດຽວ​ກັນ, ເລ​ຂາ​ສື່ມວນ​ຊົນ​ທຳ​ນຽມ​ຂາວ​ໄດ້ ​ປະ​ກາດ​ແຈ້ງ​ການ ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການ​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ​ອາ​ເມ​ລິ​ກາ Obama. ຕາມນັ້ນ​ແລ້ວ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ Obama ຈະ​ມີການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ ກັບ​ບັນ​ດາ​ການ​ນຳ​ຫວຽດ​ນາມ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ສະ​ຫະ​ລັດ​ອາ​ເມ​ລິ​ກາ ​ແນ​ໃສ່​ຊຸກ​ຍູ້ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂ​ດ, ໃນນັ້ນມີ ເສດ​ຖະ​ກິດ, ການ​ພົວ​ພັນແລ​ກ​ປ່ຽນ​ປະ​ຊາ​ຊົນ, ກໍ່​ຄື​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ​ທີ່​ຕ່າງ​ຝ່າຍກໍ່​ມີ​ຄວາມ​ສົນ​ໃຈ. ໃນ​ບັນ​ດາ​ການ​ພົບ​ປະ ແລະ ເຂົ້າ​ຮ່ວມ​ເຫດ​ການ​ຕ່າງໆ ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນຫຼວງ​ໂຮ​ຈີ​ມີນ, ທ່ານ Obama ຈະ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສຳ​ຄັນ ຂອງ​ເລືອງ​ ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ໃນ​ປີນີ້. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ ທ່ານ ປະ​ທາ​ນາ​ທິ​ບໍ​ດີ Obama ເປັນ​ເຫດ​ການ​ທີ່​ໄດ້​ຮັບ​ການ​ລໍ​ຄອຍ ແລະ ສອງ​ຝ່າຍ​ໄດ້​ຕັ້ງ​ໜ້າ​ກະ​ກຽມ​ໃນ​ການ​ມາ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້.

        ກ່າວ​ຄວາມ​ເຫັນ​ ກັບ​ບັນ​ດາ​ວົງ​ການ​ນັກ​ຂ່າວ ໃນ​ການ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຕົ້ນ​ອາ​ທິດນີ້, ​ທ່ານ Daniel Russel ຜູ້​ຊ່ວຍ​ວຽກ​ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ​ອາ​ເມ​ລິ​ກາ ກໍ່​ໄດ້​ຢືນ​ຢັນ​ວ່າ ທ່ານ ປະ​ທາ​ນາ​ທິ​ບໍ​ດີ Obama ປາດ​ຖະ​ໜາ ຈະໄດ້​ໄປ ຮ່າ​ໂນ້ຍ ເພື່ອ​ພົບ​ປະ​ກັບ​ບັນ​ດາ ການ​ນຳ​​ຄົນໃໝ່ ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ