ປະທານາທິບໍດີອາເມລິກາ Donald Trump ນາບຂູ່ຈະຈັດວາງພາສີບັງຄັບໃຫ້ບັນດາບໍລິສັດອາເມລິກາ ກັບເມືອປະເທດ

(VOVWORLD) -ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີໃໝ່ສຳລັບບັນດາບໍລິສັດຂອງອາເມລິກາ ທີ່ຜະລິດສິນຄ້າຢູ່ຕ່າງປະເທດ

ປະທານາທິບໍດີອາເມລິກາ Donald Trump ນາບຂູ່ຈະຈັດວາງພາສີບັງຄັບໃຫ້ບັນດາບໍລິສັດອາເມລິກາ ກັບເມືອປະເທດ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ວັນທີ 14 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີໃໝ່ສຳລັບບັນດາບໍລິສັດຂອງອາເມລິກາ ທີ່ຜະລິດສິນຄ້າຢູ່ຕ່າງປະເທດ, ເຊິ່ງແມ່ນການກະທຳທີ່ສະແດງໃຫ້ເຫັນວ່າ ອຳນາດການປົກຄອງຂອງທ່ານ ສາມາດຊຸກຍູ້ການຫັນປ່ຽນລະບົບສະໜອງອອກຈາກຈີນ ແລະ ວາງອອກບັນດາຮົ້ວກີດຂວາງດ້ານການຄ້າໃໝ່.

        ເມື່ອຕອບສຳພາດຕໍ່ລາຍງານ Fox Business Network, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ເລື່ອງຈັດວາງພາສີດັ່ງກ່າວແມ່ນ “ກຳລັງໜູນ” ເພື່ອໃຫ້ບັນດາບໍລິສັດນຳການຜະລິດກັບເມືອອາເມລິກາ. ເມື່ອຖືກຖາມວ່າ, ທ່ານໄດ້ຊັ່ງຊາກ່ຽວກັບການຫຼຸດຜ່ອນພາສີໃຫ້ບັນດາບໍລິສັດທີ່ກັບເມືອຜະລິດຢູ່ອາເມລິກາ ຫຼື ບໍ່, ທ່ານ D.Trum ເນັ້ນໜັກວ່າ ທ່ານອາດຈະຈັດວາງພາສີຖ້າຫາກວ່າເຂົາເຈົ້າບໍ່ປະຕິບັດເລື່ອງນີ້ ແລະ ໃສ່ໃຈວ່າ ເຂົາເຈົ້າມີພັນທະຕ້ອງກັບເມືອຜະລິດຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ