ປະທານາທິບໍດີອາເມລິກາ ຂໍໂທດກ່ຽວກັບເຫດສັງຫານພົນລະເມືອງອາເມລິກາ ແລະ ອີຕາລີ ຢ່າງຫຼົງຜິດ

ປະທານາທິບໍດີອາເມລິກາ ຂໍໂທດກ່ຽວກັບເຫດສັງຫານພົນລະເມືອງອາເມລິກາ ແລະ ອີຕາລີ ຢ່າງຫຼົງຜິດ - ảnh 1
ທ່ານປະທານາທິບໍດີ​ອ​າ​ເມ​ລິ​ກາ Barack Obama
(ພາບປະກອບ: AP)

​(vovworld) – ວັນ​ທີ 23/04, ທ່ານປະທານາທິບໍດີ​ອ​າ​ເມ​ລິ​ກາ Barack Obama ​ໄດ້​ກ່າວ​ຂໍ​ໂທດ​ກ່ຽວ​ກັບ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍຢູ່​ອາບ​ກາ​ນິດ​ສຖານ ​ແລະ ປາ​ກິດສຖານ ​ເມື່ອ​ເດືອນ 01 ຜ່ານ​ມາ ​ໄດ້​ສັງຫານ​ພົບ​ລະ​ເມືອງ​ອາ​ເມ​ລິ​ກາ ຄົນ​ໜຶ່ງ ​ແລະ ພົນ​ລະ​ເມືອງ​ອີ​ຕາ​ລີ​ ຄົນ​ໜຶ່ງຢ່າງ​ຫຼົ​ງຜິດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ Obama ​ໄດ້​ກ່າວ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ປະກອບ​ອາວຸດ​ຂອງ​ອາ​ເມ​ລິ​ກາ, ​ໃນ​ການ​ບຸກ​ໂຈມ​ຕີ​ເມ​ື່ອ​ເດືອນ 01/2015 ​​ແນ​ໃສ່​ເຂດຊຸມ​ຊົນທີ່​ຖືກ​ສົງ​ໄສວ່າມີ​ບັນດາ​ມື​ປືນ​ກຸ່ມ​ກໍ່​ການ​ຮ້າຍ al Qeada ຢູ່​ປາ​ກິດສຖານ. 2 ຄົນ​ດັ່ງກ່າວ​ແມ່ນພາລະ​ກອນ​ເຮັດ​ວຽກ​ໃນ​ບັນດາ​ໂຄງການ​ໜູນ​ຊ່ວຍ ​ແລະ ຖືກ​ກຸ່ມ al Qeada ຈັບ​ເປັນ​ຕົວ​ປະກັນ ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ອາ​ກິດສຖານ ​ແລະ ປາ​ກາ​ນິດ​ສຖານ ​ເມື່ອ​ປີ 2011 ​ແລະ 2012. ທ່ານ Obama ​ໄດ້​​ແບ່ງ​ເບົາຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ການ​ເສຍ​ຊີວິດ​ຂອງ 2 ຄົນ​ດັ່ງກ່າວ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ລັດຖະບານ​ຈະ​ທົດ​ແທນ​ຄວາມ​ເສຍ​ຫາຍ​ໃຫ້​ຄອບຄົວ​ຜູ້​ຖືກ​​ເຄາະ​ຮ້າຍ ​ແລະ ຊອກ​ຫາ​ຊາກ​ສົບ​ຂອງ 2 ຄົນ​ດັ່ງກ່າວ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ