ປະທານາທິບໍດີອາເມລິກາ ຈັດການ ປະຊຸມຂ່າວເນື່ອງໃນໂອກາດຮັບດຳລົງຕຳແໜ່ງອາຍຸການທີ 2 ໄດ້100 ວັນ

ປະທານາທິບໍດີອາເມລິກາ ຈັດການ ປະຊຸມຂ່າວເນື່ອງໃນໂອກາດຮັບດຳລົງຕຳແໜ່ງອາຍຸການທີ 2 ໄດ້100 ວັນ - ảnh 1
(ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)
(vovworld) - ບັນຫາ​ອາວຸດ​ເຄມີ​ທິ່​ນຳ​ໃຊ້​ຢູ່​ຊີຣີ, ​ເຫດ​ວາງ​ລະ​ເບີດ​ທີ່​ນອງ​ເລືອດ​ຢູ່ Boston, ບັນດາ​ນະ​ໂຍບາຍ​ພາຍ​ໃນ​ຄື ປະຕິ​ຮູບ​ການ​ເຂ​ົ້າ​ເມືອງ, ຄວບ​ຄຸມ​ປືນ ​ຫຼື ຫຼຸດ​ຜ່ອນ​ງົບປະມານ​ໃຊ້​ຈ່າ​ຍລະຫວ່າງ​ລັດ ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ່ຂອງການປະຊຸມ​ຂ່າວ​ເມື່ອ​ວັນທີ 30/04 ຢູ່​ທຳນຽບຂາວເນື່ອງ​ໃນ​​ໂອກາດ 100 ວັນ​ທີ່​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງອາຍຸ​ການ​ທີ 2 ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ພາຍຫຼັງ​ຖືກ​ຖາມ​ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດ 2 ຄັ້ງ​ລ້ຽນ​ຕິດ​​ໃນ​ການ​​ແຂ່ງ​ຂັນແລ່ນ ​ແລະ ລານຢູ່ Boston ຂຶ້ນ​ກັບ​ລັດ Massachusetts ​ເມື່ອ​ວັນ​ທີ 15/04 ​ຜ່າ​ນມາ, ທ່ານ Obama ​ໄດ້​ຊົມ​ເຊີຍ​ການ​ຮ່ວມ​ມື​ຂອງ​ຝ່າຍລັດ​ເຊຍ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບຜູ້​ຖື​ກສົງ​ໄສກໍ່​ການ​ຮ້າຍ​ 2 ຄົນເຊິ່ງມົດສະກູ ​ໄດ້​ສະໜອງ​ໃຫ້​ວໍ​ຊິງ​ເຕັນ, ​ແຕ່​ທ່ານ​ກໍຍອມ​ຮັບ​ວ່າ “ບາງ​ເທື່ອ​ຍັງມີ​ຄວາມ​ສົງ​ໄສ” ລະຫວ່າງ​ບັນດາ​ອົງການ​ສືບລາ​ສະການ​ລັບ ​ແລະ ອົງການ​ປະຕິບັດ​ກົດໝາຍ​ຂອງ 2 ປະ​ເທດ. ກ່ຽວ​ກັບສະພາບ​ການ​ຢູ່​ຊີຣີ, ທ່ານ Obama ຢັ້ງຢືນ​ວ່າ ອາ​ເມ​ລິ​ກາ​ຈະ​ບໍ່​ຟາ​ວຟັ່ງ​ແຊກ​ແຊງ​ຈົນຮອດ​ເວລາ​ທີ່​ມີພະຍານ​ຫຼັກ​ຖານຢ່າງ​ແນ່ນອນ, ມີ​ປະ​ສິດທິ​ຜົນກ່ຽວ​ກັບ​ເລື່ອງ​ລັດຖະບານ​ປະ​ເທດ​ຕາ​ເວັນ​ອອກກາງ​ນີ້ ​ໄດ້ນຳ​ໃຊ້​ອາວຸດ​ເຄມີ​ໃນ​ການ​ປະ​ທະ​ກັນ​ປະຈຸ​ບັນ. ກ່ຽວຂ້ອງ​ເຖິງ​ການ​ຫຼຸ​ກຜ່ອນການ​ໃຊ້​ຈາ​ຍ​ງົບປະມານ​ລະຫວ່າງ​ລັດ, ທ່ານ Obama ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ມີ​ການເຈລະຈາ​ກັບ​ບັນດາ​ນັກ​ສ້າງ​ກົດໝາຍ ​ເພື່ອ​ແນ​ໃສ່​ບັນລຸ​​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຫຼຸດຜ່ອ​ນງົບປະມານຢ່າງ​ຄອງ​ແຄ້ວ ​ເພື່ອແນ​ໃສ່​ຫຼິກ​ເວັ້ນ ບໍ່​ໃຫ້​ສົ່ງ​ຜົນ​ສະ​ທ້ອນເຖິງ​ຂົງ​ເຂດ​ອື່ນໆ.
ຂ່າວ/ບົດ​ອື່ນ