ປະທານາທິບໍດີອາເມລິກາBarackObamaກ່າວປະນາມເຫດການຍິງປືນຢູ່Orlando

ປະທານາທິບໍດີອາເມລິກາBarackObamaກ່າວປະນາມເຫດການຍິງປືນຢູ່Orlando - ảnh 1
ປະທານາທິບໍດີ ອາເມລິກາ Barack Obama
(ພາບ: AFP/TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 12/6, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ມີ​ບົດ​ກ່າວ​ປາ​ໄສ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ໃນ​ທົ່ວ​ປະ​ເທດ​ຈາກທຳ​ນຽບຂາວ ກ່ຽວ​ກັບ​ເຫດການ​ຍິງ​ປືນ​ຢູ່​ນະຄອນ Orlando, ລັດ Florida, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 50 ຄົນ​ເສຍ​ຊີວິດ ​ແລະ 53 ຄົນ​ຖືກ​ຮັບ​ບາດ​ເຈັບ. ທ່ານ​ປະທານາທິບໍດີ Barack Obama ​ໄດ້​ກ່າວ​ປະນາມ​ເຫດ​ຍິງ​ປືນ​ຢູ່​ຮ້ານ​ບັນ​ເທິງ Pulse ​ແມ່ນ​ການ​ກະທຳ​ກໍ່​ການ​ຮ້າຍ, ​ແມ່ນ​ໂທດ​ທີ່ກຳ​ແນ​ໃສ່​ສາມັນ​ຊົນ. ຕາມ​ທ່ານ​ປະທານາທິບໍດີ Barack Obama ​ແລ້ວ, ນີ້​ແມ່ນ​ເຫດການ​ຍິງ​ປືນ​ທີ່​ນອງ​ເລືອດ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ ອາ​ເມ​ລິ​ກາ, ​ແມ່ນ​ວັນ​ທີ່ເຈັບ​ປວດ​ສຳລັບ​ປະຊາຊົນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ. ທ່ານ​ປະທານາທິບໍດີ Barack Obama ຖະ​ແຫຼ​ງວ່າປະ​ເທດ ອາ​ເມ​ລິ​ກາ ຈະ​ບໍ່​ຢ້ານ​ກົວ ​ແລະ ປະຊາຊົນ​ ອາ​ເມ​ລິ​ກາ ຈະ​ສາມັກຄີ​ກັນກ່ວາ​ອີກ. ທ່ານ​ປະທານາທິບໍດີ Barack Obama ຊີ້ນ​ຳບັນດາ​ການ​ນຳອົງການ​ປະຕິບັດ​ກົດໝາຍ​ນຳ​ໃຊ້​ທຸກໆ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ສະ​ກັດກັ້ນ​ບັນດາ​ເຫ​ດການ​ຄ້າຍຄື​ກັນ. ​ໃນ​ຂະນະ​ທີ່​ທ່ານ Barack Obama ພວມ​ກ່າວ​ປາ​ໄສ​ທີ່​ທຳນຽບຂາວ, ບັນດາ​ພາຫະນະ​ສື່​ມວນ​ຊົນ ອາ​ເມ​ລິ​ກາ ​​ໄດ​້ອອກ​ຂ່າວວ່າ​ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່ ອີຣັກ ​ແລະ ຊີຣີ ປະກາດ​ໄດ້​ດຳ​ເນີນ​ເຫດການ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ