ປະທານາທິບໍດີອາເມລິກາBarackObamaຍອມຮັບCIAທໍລະມານນັກໂທດ

ປະທານາທິບໍດີອາເມລິກາBarackObamaຍອມຮັບCIAທໍລະມານນັກໂທດ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: baomoi.com)

(vovworld) – ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຍອມຮັບ​ວ່າ: ອົງການ​ສືບ​ລາຊະການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ (CIA) ມີ​ບັນດາ​ການ​ກະທຳ​ທໍ​ລະ​ມານ, ພ້ອມ​ທັງ​ຮຽກຮ້ອງ​ອົງການ​ສືບ​ລາຊະການ​ລັບ​ນີ້ “ຮັບ​ຮູ້​ຄວາມຮັບຜິດຊອບ” ​ເພື່ອບໍ່ປະ​ໃຫ້​ເກີດ​ປະຕິບັດ​​ການ​ກະທຳ​ທີ່​ຜິ​ດພາດຄືໃນ​ອະດີດຕະການຄືນ​ໃໝ່​. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວຢູ່​ທຳນຽບຂາວ ​ໃນ​ວັນ​ທີ 1/8, ທ່ານ​ປະທານາທິບໍດີ Barack Obama ສະ​ແດ​ງຄວາມ​ເສຍດາຍວ່າ​ພາຍຫຼັງ​​ເຫດການກໍ່​ການ​ຮ້າຍ​ໃນ​ວັນ​ທີ 11/9/2001, ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ ​ໄດ້ “ທໍລະມານ​ຫຼາຍ​ຄົນ” ​ແລະ ມີ​ບັນດາ​ການ​ກະທຳ “​ໄປ​ຝືນ​ກັບ” ບັນດາ​ຄຸນຄ່າ​ຄຸນ​ສົມບັດ​ຂອງ ອາ​ເມ​ລິ​ກາ. ຕາມ​ສື່​ມວນ​ຊົນຝ່າຍ​ຕາ​ເວັນ​ຕົກ​ແລ້ວ, ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ​ເລັ່ງ​ໃສ່ ອາ​ເມ​ລິ​ກາ ​​ເມື່ອ​ວັນ​ທີ 11/9/2001, CIA ​ໄດ້​ຈັບ​ຕົວ​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໃສນັບ​ສີ​ບໆ​ຄົນ​ທີ່​ມີ​ການ​ຕິດ​ຕໍ່​ພົວພັນ​ກັບ​ອົງການ​ກໍ່​ກາ​ນຮ້າຍ Al Qaeda ​ແລະ ນຳ​ໃຊ້​ບັນດາ​​ເຕັກນິກ​ໄຕ່​ສວນ​ຢ່າງ​ຮຸນ​ແຮງ.



ຂ່າວ/ບົດ​ອື່ນ