ປະ​ເທດ​ຕ່າງໆ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid-19

(VOVWORLD) - ວັນທີ 14 ມີນນາ, ຫຼາຍປະເທດໄດ້ພ້ອມກັນເພີ່ມທະວີບັນດາຕະການປ້ອງກັນ, ຕ້ານໂລກລະບາດ Covid-19.
ປະ​ເທດ​ຕ່າງໆ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid-19 - ảnh 1 (ພາບປະກອບ: TTXVN)

   ທ່ານນາຍົກລັດຖະມົນຕີແອດສະປາຍ Pedro Sanchez ໄດ້ອອກຄຳສັ່ງປິດລ້ອມເຂດດິນແດນປະເທດນີ້ເກືອບທັງໝົດ ເພື່ອແນໃສ່ສະກັດກັ້ນໂລກລະບາດໃນຢ່າງໜ້ອຍສຸດໃນເວລາ 15 ວັນ.

  ອົງການສາທາລະນະສຸກຝລັງ ໄດ້ປະກາດວ່າປະເທດນີ້ກ້າວເຂົ້າສູ່ໄລຍະທີ 3 ຂອງໂລກລະບາດ Covid-19 ຢ່າງເປັນທາງການ. ໃນໄລຍະນີ້, ຝລັ່ງ ຈະນຳໃຊ້ບັນດາມາດຕະການແຮງ ເພື່ອແນໃສ່ຈຳກັດການກະທົບຈາກໂລກລະບາດ. ປະຈຸບັນ, ຝລັງ ໄດ້ປິດປະຕູຮາກຖານການສຶກສາ, ສະຖານທີ່ຢ້ຽມຊົມ, ທ່ອງທ່ຽວ…. ທຸກແຫ່ງ; ຈຳກັດການຈັດບັນດາເຫດການທີ່ມີຫຼາຍຄົນ; ຍົກເລິກບັນດາເຫດການວັດທະນະທຳ, ກິລາ.

   ນັບແຕ່ວັນທີ 14 ມີນາ, ປະເທດໂປໂລຍ ແລະ ສ.ເຊັກໂກ ໄດ້ປະກາດສະພາບສະພາວະສຸກເສີນລະດັບຊາດ ແລະ ພ້ອມກັນປິດປະຕູເຂດຊາຍແດນທັງໝົດ.

  ສ່ວນທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ປະກາດວ່າ: ປະເທດນີ້ປິດປະຕູເຂດຊາຍແດນທາງບົກຕິດກັບ ໂປໂລຍ ແລະ ນອກແວ ນັບແຕ່ວັນທີ 15 ມີນາເປັນຕົ້ນໄປ, ນຳໃຊ້ສຳຫຼັບຊາວຕ່າງປະເທດທຸກຄົນໄປລັດເຊຍ ເວັ້ນເສຍແຕ່ພົນລະເມືອງ Belarus ແລະ ບັນດາສະມາຊິກຂອງຄະນະຜູ້ແທນທາງການ ແລະ ພົນລະເມືອງຂອງລັດເຊຍ.

  ປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດສະພາບສະພາວະສຸກເສີນລະດັບຊາດຍ້ອນໂລກລະບາດ Covid-19. ໃນວັນດຽວກັນ, ລັດຖະບານອາເມລິກາ ກໍ່ໄດ້ປະກາດຄຳສັ່ງເກືອດຫ້າມການໄປມາຈາກ ເອີລົບ, ອັງກິດ ແລະ Ireland ໃນສະພາບການທີ່ຈຳນວນຜູ້ເສຍຊີວິດຢູ່ ອັງກິດ ໄດ້ເພີ່ມຂຶ້ນສູງ.

    ໃນຂະນະນັ້ນ, ຫ້ອງການປະທານາທິບໍດີ Syria ໃຫ້ຮູ້ວ່າ ປະເທດນີ້ຈະໂຈະການເລືອກຕັ້ງສະພາແຫ່ງຊາດຈົນຮອດວັນທີ 20 ພຶດສະພາ ເພື່ອປ້ອງກັນໂລກລະບາດ Covid-19.

ລັດຖະບານກຳປູເຈຍ ໄດ້ຕັດສິນໃຈປິດປະຕູບັນດາໂຮງຮຽນຢູ່ Phnom Penh ແລະ Siem Reap, ສ່ວນລັດຖະບານລາວ ໄດ້ຕັດສິນໃຈໂຈະການຈັດ 4 ກອງປະຊຸມຂັ້ນສູງຂອງພາກພື້ນ ຊື່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນມານີ້ຢູ່ນະຄອນຫຼວງວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ