ປາກິດສຖານ ແລະ ລັດເຊຍ ດຳເນີນການ ເຈລະຈາຍຸດທະສາດ

ປາກິດສຖານ ແລະ ລັດເຊຍ ດຳເນີນການ ເຈລະຈາຍຸດທະສາດ - ảnh 1
ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Igor Morgulov
(ພາບປະກອບ)


(vovworld) – ວັນ​ທີ 21/10, ຕາມ​ແຈ້ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກິດສຖານ, ທີ່ Islamabad, ປາ​ກິດສຖານ ​ແລະ ລັດ​ເຊຍ ​ໄດ້​ຈັດ​ຮອບ​ເຈລະຈາ​ຍຸດ​ທະ​ສາດ​ຄັ້ງ​ທີ 2 ​ແລະ ປຶກສາ​ຫາລື​ກ່ຽວ​ກັບການ​ພົວພັນ 2 ຝ່າຍ. ຝ່າຍ​ລັດ​ເຊຍ ​ໂດຍ​ທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Igor Morgulov ນຳ​ໜ້າ, ຝ່າຍ​ປາ​ກິດສຖານ​​ໂດ​ຍທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Nadeem Riyaz ນຳ​ໜ້າ. ການ​ເຈລະຈາ​ໄດ້​ສຸມ​​ການ​ຕີ​ລາຄາ​ບັນດາ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ, ສະພາ​ແຫ່ງ​ຊາດ ​ແລະ ວັດທະນະທຳ ກໍ່ຄື​ຄວາມ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່​ແຕກ​ຕ່າງ​ກັນ. ການ​ເຈລະຈາ​ກໍ່​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ແລກປ່ຽນ​ບັນດາ​ທັດສະນະ​​ກ່ຽວ​ກັບ​ບັນດາ​ບັນຫາ​ພົວພັນ 2 ຝ່າຍ ກໍ່​ຄື​ສະພາບ​ໃນ​ພາກ​ພື້ນ​ຢ່າງຮອບດ້ານ. ທັງ 2 ຝ່າຍ​ແບ່ງປັນ​ຄວາມ​ຕັດສິນ​ໃຈ​ມີ​ບັນ​ດາມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ. 2 ຝ່າຍ​ກໍ່​ຕົກລົງ​ຈະຈັດການ​ເຈລະຈາ​ຍຸດ​ທະ​ສາດ​ຮອບຕໍ່​ໄປຢູ່​ Moskva ​ໃນ​ຈຸດ​ເວລາ​ທີ່​ສະດວກ.

ຂ່າວ/ບົດ​ອື່ນ