ປາກິສະຖານ ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່

ປາກິສະຖານ ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່ - ảnh 1
ປາ​ກິ​ສະຖານ ​ເປີດ​ເສັ້ນທາງ​ລຳລຽງ​ຂອງ NATO ​
ເຖິງ ອາບ​ກາ​ນິສະຖານ​ຄືນ​ໃຫມ່
ພາບ:baomoi.com


(vovworld) -  ວັນ​ທີ 4/8, ປາ​ກິ​ສະຖານ ​ໄດ້​ເປີດ​ເສັ້ນທາງ​ລຳລຽງ​ຂອງ NATO ​ເຖິງ ອາບ​ກາ​ນິສະຖານ​ຄືນ​ໃຫມ່, ອະນຸຍາດ​ໃຫ້ ລົດ​ຂົນ​ສົ່ງ container 14 ຄັນ​ຂອງ NATO ​​ແລ່ນ​ເຂົ້າ​ ອາບ​ກາ​ນິສະຖານ ຈາກ​ເຂດ​ຊາຍ​ແດນ Torkham ທາ​ງທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ ປາ​ກິ​ສະຖານ. ​ເສ້ັ້ນທາງ​ລຳລຽງ​ນີ້​ເປີດ​ຄືນ​ໃຫມ່​ພາຍຫລັງປິດ​ຊົ່ວຄາວ​ໃນ​ເວລາ 10 ວັນ ຍ້ອນ​ສາຍ​ເຫດ​ຄວາມ​ສະຫງົບ​ບໍ່​ຮັບປະກັນ​ເມື່ອ​ເກີດ​ການ​ບຸກ​ໂຈມ​ຕີ​ໃສ່​ຂະ​ບວນລົດ​ຄຸ້ມ​ຊູ​ລົດ​ລຳລຽງ​ຂອງ NATO ຢູ່​ເທດສະບານ Jamrud  ຊານ​ກຳ​ແພງ​ນະຄອນ  Peshawar ຢູ່ ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ ປາ​ກິ​ສະຖານ ​ເຮັດ​ໃຫ້​ຜູ້​ຂັບ​ລົດ​ຄົນ​ຫນຶ່ງ​ຖືກ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ ຕຳຫລວດ ປາ​ກິ​ສະຖານ ​ໄດ້​ຈັດ​ຕົວ​ພວກ​ກະບົດ Taliban 5 ຄົນທີ່ມີ​ກົນອຸບາຍ​ບຸກ​ໂຈມ​ຕີ​ກໍ່​ກາຍ​ຮ້າຍ​​ໃສ່ນະຄອນ Lutan ຢູ່​ພາກ​ກາງ ​ແລະ ບາງ​ສະຖານ​ທີ່​ອື່ນ​ໃນ​ບໍລິ​ເວນ.

ຂ່າວ/ບົດ​ອື່ນ