ປາດສະປໍ ວັກຊິນ ທາງເອເລັກໂຕນິກ ຂອງຫວຽດນາມ ອາດຈະໄດ້ນຳໃຊ້ຢູ່ 81 ປະເທດ ແລະ ເຂດແຄ້ວນ

(VOVWORLD) -ວັນທີ 11 ພຶດສະພາ, ຄະນະກຳມະການເອີລົບ (EC) ໄດ້ປະກາດໃຊ້ຂໍ້ຕົກລົງຮັບຮອງ ປາດສະປໍ ວັກຊິນ ທາງເອເລັກໂຕນິກ ຂອງຫວຽດນາມ. 
ປາດສະປໍ ວັກຊິນ ທາງເອເລັກໂຕນິກ ຂອງຫວຽດນາມ ອາດຈະໄດ້ນຳໃຊ້ຢູ່ 81 ປະເທດ ແລະ ເຂດແຄ້ວນ - ảnh 1ທ່ານ ດວ່ານຄັກຫວຽດ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: BNG)

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ພຶດສະພາ, ທ່ານ ດວ່ານຄັກຫວຽດ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ປາດສະປໍ ວັກຊິນທາງເອເລັກໂຕນິກ ຂອງຫວຽດນາມ ອາດຈະໄດ້ນຳໃຊ້ຢູ່ 81 ປະເທດ ແລະ ເຂດແຄ້ວນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ເຊັນຮັບຮອງ ປາດສະປໍ ວັກຊິນ ກັບປະມານ 20 ປະເທດ, ໃນນັ້ນ ມີ ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ, ກຳປູເຈຍ, ຟິລິບປີນ, ນິວເຊີແລນ, ສີລັງກາ, ສິງກະໂປ, ສ.ເກົາຫລີ, ມາເລເຊຍ.

“ວັນທີ 11 ພຶດສະພາ, ຄະນະກຳມະການເອີລົບ (EC) ໄດ້ປະກາດໃຊ້ຂໍ້ຕົກລົງຮັບຮອງ ປາດສະປໍ ວັກຊິນ ທາງເອເລັກໂຕນິກ ຂອງຫວຽດນາມ. ຕາມນັ້ນແລ້ວ, ປາດສະປໍວັກຊິນ ຂອງຫວຽດນາມຈະໄດ້ຮັບການຮັບຮອງຈາກ 27 ປະເທດໃນ ສະຫະພາບເອີລົບ ພ້ອມທັງ ລະຫັດ QR ຂອງປາດສະປໍກໍ່ໄດ້ຢັ້ງຢືນ, ກວດກາຢູ່ 39 ປະເທດຄູ່ຮ່ວມມືທີ່ໄດ້ເຂົ້າຮ່ວມລະບົບ ປາດສະປໍ ວັກຊິນທາງເອເລັກໂຕນິກຂອງ ອີຢູ. ເປັນອັນວ່າ ໄລ່ມາຮອດປະຈຸບັນ ປາດສະປໍ ວັກຊິນທາງເອເລັກໂຕນິກຂອງຫວຽດນາມ ອາດຈະໄດ້ນຳໃຊ້ຢູ່ 81 ປະເທດ ແລະ ເຂດແຄ້ວນ. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມໃນການສົມທົບລະຫວ່າງກະຊວງການຕ່າງປະເທດຫວຽດນາມ, ກະຊວງສາທາລະນະສຸກ, ກະຊວງຖະແຫລງຂ່າວ ແລະ ສື່ສານ ກໍ່ຄືການເຈລະຈາກັບບັນດາປະເທດຄູ່ຮ່ວມມື”

ຕອບກັບ

ຂ່າວ/ບົດ​ອື່ນ