ຜັກ, ໝາ​ດ​ໄມ້ ແລະ ເຂົ້າ​ສານຫວຽດ​ນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ໃນ​ຊຸມ​ເດືອນ​ທ້າຍ​ປີ

(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຄາດວ່າ ຜະລິດຕະພັນກະເສດບາງຊະນິດທີ່ສົ່ງອອກສືບຕໍ່ຮັກສາທ່າເຕີບໂຕໃນ 6 ເດືອນທ້າຍປີ 2023, ໃນນັ້ນ ຜັກໝາກໄມ້ແມ່ນຜະລິດຕະພັນກະເສດປະເພດສົ່ງອອກຫຼັກແຫຼ່ງ, ຖັດຈາກນັ້ນແມ່ນ ເຂົ້າສານ, ກາເຟ…
ຜັກ, ໝາ​ດ​ໄມ້ ແລະ ເຂົ້າ​ສານຫວຽດ​ນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ໃນ​ຊຸມ​ເດືອນ​ທ້າຍ​ປີ - ảnh 1ພາບປະກອບ: vov.vn

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ຍ້ອນຍາດແຍ່ງໂອກາດໃນການສົ່ງອອກໄປຍັງຕະຫຼາດຈີນ ແລະ ຕະຫຼາດອື່ນເປັນຢ່າງດີ, ການສົ່ງອອກເຂົ້າສານ  ແລະ ຜັກໝາກໄມ້ ຂອງ ຫວຽດນາມ ໃນຊຸມເດືອນທ້າຍປີຈະສືບຕໍ່ເພີ່ມຂຶ້ນ.

ກະຊວງກະສິກຳ ແລະ ພັດທະນາຊົນນະບົດຄາດວ່າ ຜະລິດຕະພັນກະເສດບາງຊະນິດທີ່ສົ່ງອອກສືບຕໍ່ຮັກສາທ່າເຕີບໂຕໃນ 6 ເດືອນທ້າຍປີ 2023, ໃນນັ້ນ ຜັກໝາກໄມ້ແມ່ນຜະລິດຕະພັນກະເສດປະເພດສົ່ງອອກຫຼັກແຫຼ່ງ, ຖັດຈາກນັ້ນແມ່ນ ເຂົ້າສານ, ກາເຟ…

ກ່ຽວກັບການສົ່ງອອກເຂົ້າສານ, ຂະແໜງນີ້ຍັງມີການເຕີບໂຕຢ່າງຕັ້ງໜ້າຍ້ອນປະລິມານການຜະລິດເຂົ້າສານຢູ່ຫຼາຍປະເທດ ອາຊີ ມີຄວາມສ່ຽງຫຼຸດລົງຢ່າງແຮງຍ້ອນຜົນກະທົບຈາກ El Nino, ສິ່ງນີ້ກໍ່ຈະຊຸກຍູ້ຄວາມຕ້ອງການ ກໍ່ຄືເພີ່ມຄ່າເຂົ້າສານໃນຕະຫຼາດສາກົນ. ຜ່ານ 6 ເດືອນ ຕົ້ນປີ, ຫວຽດນາມ ໄດ້ສົ່ງອອກເຂົ້າສານເກືອບ 4,3 ລ້ານໂຕນ, ບັນລຸ 2,3 ຕື້ USD, ເພີ່ມຂຶ້ນ 22,2 % ກ່ຽວກັບປະລິມານ ແລະ ເພີ່ມຂຶ້ນ 34,7% ກ່ຽວກັບມູນຄ່າ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ