ຜູ້ຊ່ຽວຊານການປ້ອງກັນຄວາມສະຫງົບອາເມລິກາເນັ້ນຫນັກວ່າ:ບໍ່ມີໃຜເຊື່ອຄຳເວົ້າຂອງຈີນຢູ່ກອງປະຊຸມShangri-La

ຜູ້ຊ່ຽວຊານການປ້ອງກັນຄວາມສະຫງົບອາເມລິກາເນັ້ນຫນັກວ່າ:ບໍ່ມີໃຜເຊື່ອຄຳເວົ້າຂອງຈີນຢູ່ກອງປະຊຸມShangri-La - ảnh 1
ດອກ​ເຕີ Ely Ratner


(vovworld)-​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາຍຫລັງ​ກັບ​ຄືນ​ຈາກ​ກອງ​ປະຊຸມ Shangri-La 13, ດອກ​ເຕີ Ely Ratner, ຮອງ​ຜູ້ອຳນວຍການ​ໂຄງການ​ຄວາມ​ໝັ້ນຄົງ ອາຊີ-​ປາຊີ​ຟີ​ກ ​ໄດ້​ເນັ້ນ​ຫນັກ​ວ່າ: ບັນດາ​ຄຳ​ຖະ​ແຫລ​ງຂອງ​ຈີນ ຢູ່ ກອງ​ປ​ະຊຸມ Shangri-La 13 ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ​ເມື່ອ​ວິຈານ​ກ່ຽວ​ກັບ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ຮອງ​ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ຈີນ ທີ່​​ເວົ້າວ່າ: ບໍ່​ມີ​ເລື່ອງ​ ຈີນ​ແມ່ນ​ຝ່າຍ​ກໍ່​ເລື່ອງ​ກ່ອນ ພ້ອມ​ທັງ​ສະ​ແດງ​ທ່າ​ທີ່​​ເຄັ່ງ​ຄັດຕໍ່​ຄຳ​ກ່າວ​ປາ​ໄສ​ຂອງ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Chuck Hagel, ດຣ Ely Ratner ຖື​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ນອກຈາກ​ຈີນ ບໍ່​ມີ​​ໃຜ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບົດ​ປາ​ໄສ​ນັ້ນ​ຂອງ​ຈີນ. ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ​ຈີນ ຢູ່ Shangri-La 13 ​ແມ່ນ​ຂາດ​ຄວາມ​ຊຳນານ​ງານ ​ແລະ ບໍ່​ປະກອບ​ສິ່ງ​ທີ່ປະ​ໂຫຍ​ດ​​ໃຫ້​ແກ່​ກອງ​ປະຊຸມ.”

 

 

ຂ່າວ/ບົດ​ອື່ນ