ຜັນ​ຂ​ະ​ຫຍາຍ​ການທົດ​ລອງ​ສັກ​ວັກ​ຊິນ ARCT- 154 ​ຕໍ່​ຄົນ​ໄລ​ຍະ​ທີ 2 ແລະ 3a

(VOVWORLD) -ວັນທີ 29 ກັນຍາ, ຄະນະປະຕິບັດງານຂອງ ກະຊວງສາທາລະນະສຸກ ພ້ອມກັບບັນດານັກຊ່ຽວຊານພວມປະຕິບັດການຄົ້ນຄ້ວາທົດລອງສັກວັກຊິນ ARCT- 154 ຕໍ່ຄົນ ທີ່ເຮັດວຽກຢູ່ເມືອງ ອຽນຟອງ, ແຂວງບັກນິງ - ໂດຍແມ່ນທ້ອງຖິ່ນ ທີ່ພວມປະຕິບັດການສັກວັກຊິນ ARCT- 154 ຕໍ່ຄົນ ດ້ວຍຜູ້ອາສາສະໝັກ ປະມານ 1000 ຄົນ.

ຜັນ​ຂ​ະ​ຫຍາຍ​ການທົດ​ລອງ​ສັກ​ວັກ​ຊິນ ARCT- 154  ​ຕໍ່​ຄົນ​ໄລ​ຍະ​ທີ 2 ແລະ 3a - ảnh 1ທ່ານປ.ອ ຫງວຽນໂງກວາງ ລົມກັນກັບຜູ້ອາສາສະໝັກສັກວັກຊິນກັນໂຄວິດ - 19
(ພາບ: ກະຊວງສາທາລະນະສຸກ)

ທ່ານຮອງສາດສະດາຈານ, ປ.ອ ນາງ ຟ້າມທິເວິນແອັງ, ຜູ້ອຳນວຍການໃຫຍ່ສູນທົດລອງການຢາຕໍ່ຄົນ, ນັກຄົ້ນຄ້ວາຂອງກຸ່ມຄົ້ນຄ້ວາ ມະຫາວິທະຍາສາດແພດສາດ ຮ່າໂນ້ຍ, ໃຫ້ຮູ້ວ່າ ບົດລາຍງານກາງໄລຍະທີ 1 ກ່ຽວກັບຄວາມປອດໄພຂອງ ວັກຊິນ ARCT- 154 ໂດຍສະພາຈັນບາບັນແພດສາດ ກະຊວງສາທາລະນະສຸກໄດ້ກວດກາໝາກຜົນ ໃນວັນທີ 20 ກັນຍາ 2021 ແລ້ວ. ບັນດາໝາກຜົນເບື້ອງຕົ້ນສະແດງໃຫ້ເຫັນວ່າ ວັກຊິນ ARCT- 154 ມີຄວາມປອດໄພຕໍ່ຜູ້ອາສາສະໝັກ ທີ່ມີສຸຂະພາບແຂງແຮງດີ.

ສ່ວນທ່ານປ.ອ ຫງວຽນໂງກວາງ, ຮອງຫົວໜ້າກົມວິທະຍາສາດເຕັກໂນໂລຢີ ແລະ ບຳລຸງສ້າງ, ກະຊວງສາທາລະນະສຸກ ໄດ້ຕີລາຄາວ່າ ນີ້ແມ່ນການຄົ້ນຄວ້າທີ່ມີລັກສະນະວິທະຍາສາດ ແລະ ຮັບປະກັນບັນດາເງື່ອນໄຂເພື່ອ ຜັນຂະຫຍາຍ ໄລຍະຕໍ່ໄປ. ສະພາຈັນຍາບັນ ໄດ້ອະນຸຍາດ ເພື່ອຮັບປະກັນຄວາມຄືບໜ້າ ແລະ ເວລາ ເພື່ອແນໃສ່ຮັບໃຊ້ໃຫ້ແກ່ວິວັດການ ປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ການຄົ້ນຄ້ວານີ້ ຈະໄດ້ຮັບການຜັນຂະຫຍາຍໄລຍະທີ 2 ແລະ 3aໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ